ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ທູດລະ​ຫວ່າງ EU ແລະ ຈີນ

(VOVWORLD) -ການກະທຳດັ່ງກ່າວຂອງ ປັກກິ່ງ ໄດ້ຍົກອອກມາພາຍຫຼັງ EU ປະກາດຈັດວາງຄຳສັ່ງລົງໂທດຕໍ່ບັນດາສ່ວນບຸກຄົນ ແລະ ອົງການຂອງຈີນ ດ້ວຍເຫດຜົນວ່າ ຍ້ອນມuີຄວາມວິຕົກກັງວົນກ່ຽວກັບບັນຫາສິດທິມະນຸດ.
ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ທູດລະ​ຫວ່າງ EU ແລະ ຈີນ - ảnh 1ພາບປະກອບ: aa.com.tr

ການພົວພົນລະຫວ່າງ ສະຫະພາບ ເອີລົບ (EU) ແລະຈີນ ໄດ້ຮັບຮູ້ ເຖິງຄວາມເຄັ່ງຕຶງເມື່ອວັນທີ 22 ມີນາ, ສອງຝ່າຍໄດ້ມີບັນດາການກະທຳທາງການທູດທີ່ເລັ່ງໃສ່ກັນ. ວັນທີ 22 ມີນາ, ໂຄສົກກະຊວງການຕ່າງປະເທດ ຈີນໃຫ້ຮູ້ວ່າ ປະເທດນີ້ ໄດ້ຕັດສິນໃຈລົງໂທດ 10 ສ່ວນບຸກຄົນ ແລະ 4 ອົງການຂອງ EU, ພ້ອມທັງຖືວ່າ ບັນດາເປົ້າໝາຍນີ້ໄດ້ກໍ່ຜົນເສຍຫາຍຢ່າງຮ້າຍແຮງເຖິງອະທິປະໄຕ ແລະ ສິດຜົນປະໂຫຍດຂອງ ຈີນ. ການກະທຳດັ່ງກ່າວຂອງ ປັກກິ່ງ ໄດ້ຍົກອອກມາພາຍຫຼັງ EU ປະກາດຈັດວາງຄຳສັ່ງລົງໂທດຕໍ່ບັນດາສ່ວນບຸກຄົນ ແລະ ອົງການຂອງຈີນ ດ້ວຍເຫດຜົນວ່າ ຍ້ອນມuີຄວາມວິຕົກກັງວົນກ່ຽວກັບບັນຫາສິດທິມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ