ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ທູດ​ລະ​ຫວ່າງ ອາ​ເຊັກ​ໄບ​ຢານ ແລະ ຝ​ລັ່ງ

(VOVWORLD) - ວັນທີ 26 ທັນວາ, ກະຊວງການຕ່າງປະເທດ ອາເຊັກໄບຢານ ແຈ້ງໃຫ້ຊາບ ປະເທດນີ້ໄດ້ເນລະເທດນັກການທູດ ຝລັ່ງ 2 ຄົນ ຍ້ອນມີການກະທຳ “ບໍ່ເໝາະສົມກັບຖານະທາງການທູດ”.
ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ທູດ​ລະ​ຫວ່າງ ອາ​ເຊັກ​ໄບ​ຢານ ແລະ ຝ​ລັ່ງ - ảnh 1ທ່ານປະທານາທິບໍດີ ອາເຊັກໄບຢານ Ilham Aliyev (ພາບ: AFP/TTXVN)

ກະຊວງການຕ່າງປະເທດ ອາເຊັກໄບຢານ ໃຫ້ຮູ້ວ່າ ເຂົາເຈົ້າໄດ້ຮຽກຕົວ ທ່ານເອກອັກຄະລັດຖະທູດ ຝລັ່ງ Anne Boillon ເພື່ອສະແດງການຄັດຄ້ານຕໍ່ການກະທຳຂອງພະນັກງານສະຖານທູດ ຝລັ່ງ 2 ຄົນນັ້ນ.  ຖະແຫຼງການດັ່ງກ່າວໄດ້ເນັ້ນໜັກວ່າ ນັກການທູດ 2 ຄົນນັ້ນ ແມ່ນ “ບຸກຄົນທີ່ບໍ່ເປັນໜ້າຊົມເຊີຍ” ແລະ ຕ້ອງອອກຈາກ ອາເຊັກໄບຢານ ພາຍໃນ 48 ຊົ່ວໂມງ. ການກະທຳນີ້ ໄດ້ດຳເນີນໃນສະພາບການພົວພັນລະຫວ່າງ ຝລັ່ງ ແລະ ອາເຊັກໄບຢານ ມີຄວາມເຄັ່ງຕຶງ ພາຍຫຼັງອຳນາດການປົກຄອງ ອາເຊັກໄບຢານ ຕຳໜິຕິຕຽນ ຝລັ່ງ “ລຳອຽງ” ອາກເມເນຍ ໃນການເຈລະຈາສັນຕິພາບ ໂດຍ ສະຫະພາບເອີຣົບ (ອີຢູ) ເປັນກາງໄກ່ເກ່ຍ.

ອາກເມເນຍ ແລະ ອາເຊັກໄບຢານ ລ້ວນແຕ່ຖະແຫຼງວ່າ ພ້ອມແລ້ວທີ່ຈະລົງນາມໃນຂໍ້ຕົກລົງສັນຕິພາບ ແນໃສ່ສິ້ນສຸດການປະທະກັນທີ່ແກ່ຍາວເປັນທົດສະວັດຢູ່ເຂດຂັດແຍ້ງ Nagorny – Karabakh. ເຖິງຢ່າງໃດກໍຕາມ, ວິວັດທະນາການດຳເນີນການເຈລະຈາສັນຕິພາບຖືກໂຈະໄວ້ນັບແຕ່ເດືອນຕຸລາ ປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ