ຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງເຫດການນັກສືບຂ່າວ Skripal

(VOVWORLD) - ວັນທີ 12 ເມສາ, ໂຄສົກກະຊວງການຕ່າງປະເທດ ລັດເຊຍ ທ່ານນາງ Maria Zakharova ໃຫ້ຮູ້ວ່າ:
ຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງເຫດການນັກສືບຂ່າວ Skripal - ảnh 1 (ພາບປະກອບ)

ລັດເຊຍ ມີເຫດຜົນເພື່ອເຊື່ອໝັ້ນວ່າ ບົດລາຍງານຂອງອົງການເກືອດຫ້າມອາວຸດເຄມີ (OPCW) ກ່ຽວກັບການວາງຢາເບືຶ່ອ 2 ພໍ່ລູກອະດີດນັກສືບຂ່າວຊາວ ລັດເຊຍ Sergei Skripal ຢູ່ອັງກິດ ເມື່ອຕົ້ນເດືອນ 3 ແມ່ນສ່ວນໜຶ່ງໃນການກະທຳທີ່ເຮັດໃຫ້ ມົດສະກູ ເສຍອິດທິພົນຊື່ສຽງ.

        ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານນາງ Maria Zakharova ຊີ້ແຈ້ງວ່າ ລັດເຊຍ ຈະບໍ່ເຊື່ອໝັ້ນ ບໍ່ວ່າການສະຫລຸບໃດໆກ່ຽວກັບເຫດວາງຢາເບື່ອ, ເວັ້ນເສຍແຕ່ກໍລະນີ ບັນດານັກຊ່ຽວຊານ ລັດເຊຍ ໄດ້ສຳພັດກັບການສືບສວນສອບສວນ. ພ້ອມກັນນັ້ນ, ທ່ານນາງໂຄສົກກໍ່ຖືວ່າ 2 ພໍ່ລູກອະດີດນັກສືບຂ່າວຖືກເຈົ້າໜ້າທີ່ ອັງກິດ ແຍກຕົວອອກ ແລະ ບໍ່ມີໃຜເຫັນເຂົາເຈົ້າໃນຕະຫລອດເວລາກ່ວາ 1 ເດືອນ.

        ກ່ອນໜ້ານັ້ນໃນວັນດຽວກັນ, OPCW ໄດ້ປະກາດບົດລາຍງານສະຫລຸບຫຍໍ້ໝາກຜົນແຫ່ງການສືບສວນສອບສວນຂອງອົງການນີ້ກ່ຽວກັບເຫດວາງຢາເບື່ອດັ່ງກ່າວ, ໃນນັ້ນ ຢືນຢັນວ່າ ອະດີດນັກສືບຂ່າວ Skripal ແລະ ລູກສາວຖືກວາງຢາເບື່ອດ້ວຍທາດເຄມີທຳລາຍເສັ້ນປະສາດ.

ຕອບກັບ

ຂ່າວ/ບົດ​ອື່ນ