ຄວາມເຄັ່ງຕຶງປີນຂັ້ນໄດໃນການພົວພັນລະຫວ່າງອົດສະຕາລີ-ຈີນ

(VOVWORLD) -ການພົວພັນລະຫວ່າງອົດສະຕາລີ-ຈີນສືບຕໍ່ຄັ່ງຕຶງຂຶ້ນ ຂະນະທີ່ວັນທີ 9 ກັນຍາ, ອົດສະຕາລີໄດ້ຖອນວິຊາຂອງນັກຮຽນຮູ້ 2 ຄົນຂອງຈີນ
ຄວາມເຄັ່ງຕຶງປີນຂັ້ນໄດໃນການພົວພັນລະຫວ່າງອົດສະຕາລີ-ຈີນ - ảnh 1ນັກຂ່າວ 2 ຄົນຂອງອົດສະຕາລີຫາກໍອອກຈາກຈີນກັບຄືນປະເທດເມື່ອວັນທີ 8 ກັນຍາ (ພາບ ABC)

ກໍລະນີດັ່ງກ່າວເກີດຂຶ້ນ ພາຍຫຼັງທີ່ນັກຂ່າວ 2 ຄົນຂອງອົດສະຕາລີ ຕ້ອງກັບຄືນປະເທດເມື່ອວັນທີ 8 ກັນຍາ ພາຍຫຼັງທີ່ຖືກເຈົ້າໜ້າທີ່ປ້ອງກັນຄວາມສະຫງົບຂອງຈີນສອບຖາມ ແລະ ສະເໜີບໍ່ໄດ້ອອກຈາກຈີນ. ຫຼັງຈາກນັ້ນ, ຍ້ອນມີການແຊກແຊງຂອງສະຖານທູດອົດສະຕາລີປະຈຳຈີນ, ນັກຂ່າວ 2 ຄົນນີ້ ໄດ້ກັບຄືນອົດສະຕາລີ.

    ປະຈຸບັນ, ບໍ່ເຫຼືອນັກຂ່າວອົດສະຕາລີ ຈັກຄົນທີ່ເຮັດວຽກຢູ່ຈີນ. ນີ້ແມ່ນສິ່ງຍັງບໍ່ເຄີຍເກີດຂຶ້ນນັບແຕ່ຊຸມປີ 1970. ທ່ານ ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ມາຣິດ ໄປນີ ຢືນຢັນວ່າ ນີ້ແມ່ນເຫດການທີ່ເປັນໜ້າຜິດຫວັງ.

      ກ່ຽວຂ້ອງເຖິງຂ່າວດັ່ງກ່າວ ຍັງມີຂ່າວວ່າ : ຕອນບ່າຍວັນທີ 9 ກັນຍາ, ກະຊວງການຕ່າງປະເທດຈີນໄດ້ສະແດງທັດສະນະຢ່າງເປັນທາງການກ່ຽວກັບເລື່ອງບັນດານັກຂ່າວຂອງປະເທດນີ້ຖືກບັນດາອົງການສືບລາຊະການລັບ ອັດສະຕາລີ ກວດຄົ້ນ, ສອບປາກຄຳ ແລະ ເອີ້ນວ່າ ນີ້ແມ່ນການກະທຳດຶ້ດຶງ, ໄຮ້ເຫດຜົນ.

   ໂຄສົກກະຊວງການຕ່າງປະເທດຈີນ ເຈົາໜີຈຽນ ໃຫ້ຮູ້ວ່າ ມາຮອດປະຈຸບັນ, ອັດສະຕາລີ ຍັງບໍ່ທັນໃຫ້ຄຳອະທິບາຍຢ່າງເໝາະສົມແກ່ການກະທຳນີ້ ແລະ ເອີ້ນວ່າ ນີ້ແມ່ນການກະທຳລະເມີດຢ່າງບັງອາດຕໍ່ສິດຜົນປະໂຫຍດອັນຊອບທຳຂອງນັກຂ່າວຈີນ ຢູ່ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ