ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ: ອິດ​ສະ​ຣາ​ແອັນ ແລະ ເຮັກ​ໂບ​ລາ ປະ​ທະ​ກັນ​ຢ່າງ​ດຸ​ເດືອດ, Houthi ເຂົ້າ​ຮ່ວມ​ສົງ​ຄາມ​ຄືນ​ໃໝ່

(VOVWORLD) - ຄ່ຳຄືນວັນທີ 15 ກັນຍາ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ໃຫ້ຮູ້ວ່າ ໃນວັນທີ 15 ກັນຍາ, ກຳລັງປ້ອງກັນອາກາດປະເທດນີ້ໄດ້ບຸກໂຈມຕີນັບສິບເປົ້າໝາຍຂອງຂະບວນການ ເຮັກໂບລາ ຢູ່ທາງພາກໃຕ້ ລີບັງ, ໃນນັ້ນ ມີ 20 ຖານຍິງລູກສອນໄຟຢູ່ເຂດ Jarmaq ແລະ ອີກບາງຖານຍິງຕັ້ງຢູ່ເຂດ Rachaya al-Foukhar, ບາງຕຶກອາຄານ ແລະ ສະໜາມຮົບຢູ່ເຂດ Mahmoudiyeh.
ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ: ອິດ​ສະ​ຣາ​ແອັນ ແລະ ເຮັກ​ໂບ​ລາ ປະ​ທະ​ກັນ​ຢ່າງ​ດຸ​ເດືອດ, Houthi ເຂົ້າ​ຮ່ວມ​ສົງ​ຄາມ​ຄືນ​ໃໝ່ - ảnh 1ການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ໄດ້ແນໃສ່ເຂດ Zibqin ພາກໃຕ້ຂອງລີບັງ (ພາບ: Getty)

ກົງກັນຂ້າມ, ກຸ່ມກຳລັງປະກອບອາວຸດ ລີບັງ ໄດ້ຍິງລູກສອນໄຟຈຳນວນ 40 ລູກ ເພື່ອແນໃສ່ບຸກໂຈມຕີເຂົ້າເຂດຮ່ອມພູ Galilee ແລະ ພູພຽງ Golan ໂດຍ ອິດສະຣາແອັນ ຄວບຄຸມ. ບໍ່ມີກໍລະນີໃດຖືກບາດເຈັບໃນບັ້ນບຸກໂຈມຕີດັ່ງກ່າວ ຍ້ອນວ່າ ລູກສອນໄຟສ່ວນຫຼາຍຖືກຕາໜ່າງຕ້ານການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ຕີຕ້ານ ຫຼື ຖືກຕົກລົງເຂດດິນເປົ່າວ່າງ.

        ໃນຖະແຫຼງການອອກໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຢັ້ງຢືນວ່າ ຈະເຮັດໃຫ້ Houthi ຕ້ອງເສຍຫາຍເປັນຈຳນວນຫຼາຍ ຍ້ອນການບຸກໂຈມຕີດ້ວຍລູກສອນໄຟເລັ່ງໃສ່ ອິດສະຣາແອັນ. ສ່ວນຜູ້ນຳໜ້າກຳລັງ Houthi ທ່ານ  Abdel  Malek al – Houthi ກ່າວເຕືອນວ່າ ໃນຊຸມວັນຈະມາເຖິງ, ກຸ່ມນີ້ຈະດຳເນີນບັນດາບັ້ນບຸກໂຈມຕີຕ້ານຄືນ ອິດສະຣາແອັນ ທີ່ດຸເດືອດກວ່ານີ້ເພື່ອໜູນຊ່ວຍບັ້ນການຕໍ່ບັ້ນການຕໍ່ສູ້ຂອງຊາວ ປາແລັດສະຕິນ ທີ່ແກ່ຍາວຢູ່ເຂດ ກາຊາ.

       ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ