ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກເຮັດໃຫ້ວາລະອະພິປາຍຢູ່ສະພາແຫ່ງຊາດອາເມລິກາຮ້ອນເຮັ່ງຂຶ້ນ

ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກເຮັດໃຫ້ວາລະອະພິປາຍຢູ່ສະພາແຫ່ງຊາດອາເມລິກາຮ້ອນເຮັ່ງຂຶ້ນ - ảnh 1


(vovworld)-​ໃນ​ການ​ອະພິປາຍ​ເມື່ອ​ວັນ​ທີ 20/5 ຂອງທ່ານ Daniel Russel, ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ, ຮັບຜິດຊອບ​ບັນດາ​ບັນຫາ ອາຊີ​ຕາ​ເວັນ​ອອກ-​ປາຊີ​ຟີ​ກ ຕໍ່ຫນ້າ​ອະນຸ​ກຳມະການສັງກັດ​ກຳມາ​ທິການ​ການ​ຕ່າງປະ​ເທດ ສະພາ​ຕຳ່ ອາ​ເມ​ລິ​ກາ ກ່ຽວ​ກັບ​ງົບປະມານ​ການ​ເຄື່ອນ​ໄຫວ ​ແລະ ຊ່ວຍ​ເຫລືອ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ​ໃຫ້​ແກ່ ພາກ​ພື້ນ​ໃນ​ນະ​ໂຍບາຍ​ງົບ​ປະມານ​​ປີ 2015, ບັນດາ​ສະມາຊິກ​ສະພາ​ຕຳ່ ອາ​ເມ​ລິ​ກາ ຖື​ວ່າ: ບັນດາ​ການ​ກະທຳ​ຂອງ​ຈີນ ​ໄດ້​ກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່​ສຳລັບ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ກ່າວ​ຄຳ​ເຫັນ​​ໃນ​ການ​ອະພິປາຍ, ທ່ານ Russel ຢືນຢັນ​ວ່າ: ບັນດາ​ການ​ຜັນ​ແປ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ​ປະຈຸ​ບັນ ​ແມ່ນ​ບັນດາ​ການ​ກະທຳ​ຂອງ​ຈີນ ​ເພື່ອ​ຍາດ​ຊີງ​ອະທິປະ​ໄຕ​ຢ່າງ​ຜິດ​ກົດໝາຍ ​ແລະ ​ການ​ກໍ່ສ້າງ​ຢູ່​ເກາະ ກາກ​ມາ(Gạc Ma) ​ແມ່ນ​ການ​ກະທຳ​ເພື່ອ​ແນ​​ໃສ່​ຫັນ​ບັນດາ​ໝູ່​ເກາະ​ທີ່​ພວມ​​ເກີດ​ການ​ພິ​ພາດ​ເປັນ​ສະຖານ​ທີ່​ຮັບ​ໃຊ້​ການ​ທະຫານ ​ເພື່ອ​ເປັນ​ພື້ນຖານຮຽກຮ້ອງ​ທວງ​ເອົາ​ອະທິປ​ະ​ໄຕ. ທ່ານ Steve Chabot, ປະທານ​ອະນຸ​ກຳມະການ ອາຊີ - ປາຊີ​ຟີ​ກ ຖື​ວ່າ: ບັນດາ​ການ​ກະ​ທຳ​ດັ່ງກ່າວ​ຂອງ​ຈີນ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ການ​ທ້າ​ທາຍ​ສຳລັບ​ຈຸດໝາຍ ຊ່ື​ງອາ​ເມ​ລິ​ກາ ວາງ​ອອກ ຢູ່ ພາກ​ພື້ນ ​ເມື່ອ​ປະຕິບັດ​ຍຸດ​ທະ​ສາດ​ດຸ່ນ​ດຽງ​ຄືນ​ໃຫມ່. ​ໃນ​ຂະນະ​ນັ້ນ, ທ່ານ Ami Bera, ສະມາຊິກ​ສະພາ​ຕຳ່ ອາ​ເມ​ລິ​ກາ, ສະມາ​ຊິກ​ຂັ້ນ​ສູງ​ຂອງ​ອະນຸ​ກຳມະການ ຖື​ວ່າ: ຖ້າ​ຫາກ​ລັດຖະບານ ອາ​ເມ​ລິ​ກາ ບໍ່​ມີ​ການ​ກະທຳ​ຕໍ່​ສະພາບ​ການ​ປະ​ຈຸບັນ, ຈີນ ຈະ​ມີ​ການ​ກະທຳ​ຕື່ມ​ອີກ​ໃນ​ອະນາຄົດ. ທ່ານ Russel ຢືນຢັນ​ວ່າ: ວິທີ​ແກ້​ໄຂ​ດີ​ສຸດ​ສຳລັບ ອາ​ເມ​ລິ​ກາ, ຈີນ ​ແລະ ບັນດາ​ປະ​ເທດ​ບ້ານ​ໃກ້​​ເຮືອນ​ຄຽງ​ກັບ​ຈີນ ​ໃນ​ປະຈຸ​ບັນ ​ແມ່ນ​ຜ່ານ​ມາດ​ຕະການ​ທາງ​ການ​ທູດ, ​​ດຳ​ເນີນການເຈ​ລະ​ຈາ​ດ້ວຍ​ຈິດ​​ໃຈ​ສ້າງສັນ, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ​ໂດຍ​ອີງ​ໃສ່​ກົດໝາຍ​ສາກ​ົນ.

ຕອບກັບ

ຂ່າວ/ບົດ​ອື່ນ