ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ວິ​ຫານ Al – Aqsa ຢູ່ Jerusalem ຕາ​ເວັນ​ອອກ

(VOVWORLD) - ໃນການປະທະກັນເກີດຂຶ້ນໃນວັນທີ 15 ເມສາ ລະຫວ່າງກຳລັງປ້ອງກັນຄວາມສະຫງົບ ອິດສະຣາແອັນ ແລະ ຊາວ ປາແລັດສະຕິນ ຢູ່ ວິຫານ Al – Aqsa ທີ່ Jerusalem ຕາເວັນອອກ, ຕຳຫຼວດ ອິດສະຣາແອັນ ໄດ້ຈັບຊາວ ປາແລັດສະຕິນ ນັບຮ້ອຍຄົນ ແລະ ມີຜູ້ຮັບບາດເຈັບເປັນຈຳນວນຫຼາຍ.
ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ວິ​ຫານ Al – Aqsa ຢູ່ Jerusalem ຕາ​ເວັນ​ອອກ - ảnh 1ວິຫານ Al – Aqsa ໃນວັນທີ 15 ເມສາ (ພາບ: THX/TTXVN)

ການປະທະກັນດັ່ງກ່າວແກ່ຍາວ 6 ຊົ່ວໂມງ, ເປັນການປະທະກັນໃຊ້ຄວາມຮຸນແຮງທີ່ມີຂອບຂະໜາດໃຫຍ່ທີ່ສຸດຢູ່ Jerusalem ນັບແຕ່ເດືອນ Ramadan ຂອງຊາວມຸດສະລິມ. ການປະທະກັນເກີດຂຶ້ນ ເມື່ອຊາວ ປາແລັດສະຕິນ ນັບຮ້ອຍຄົນ ແກວ່ງກ້ອນຫີນໃສ່ຕຳຫຼວດ ບໍ່ໃຫ້ເຂົາເຈົ້າເຂົ້າໄປໃນເຂດວິຫານ Al – Aqsa ແລະ ສະຫຼາຍກຸ່ມຄົນທີ່ເຕົ້າໂຮມກັນຢູ່ບ່ອນສວດມົນພາວະນາ.

        ຫາງສຽງສາກົນໄດ້ກ່າວປະນາມການໃຊ້ຄວາມຮຸນແຮງຢູ່ Jerusalem ຕາເວັນອອກ ຢ່າງແຮງ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງລະງັບໃຈ. ອາເມລິກາ - ເຊິ່ງເປັນປະເທດສຳພັນທະມິດຂອງ ອິດສະຣາແອັນ ກໍໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ແລະ ຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງຈົ່ງລະງັບໃຈ, ຫຼີກລ້ຽງທຸກການກະທຳເກາະຜິດ ແລະ ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ; ພ້ອມທັງ ກະຕຸກຊຸກຍູ້ໃຫ້ວົງການເຈົ້າໜ້າທີ່ຂອງ ອິດສະຣາແອັນ ແລະ ປາແລັດສະຕິນ ຮ່ວມມືກັນຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນທຸກຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ