ຄວາມເຄັ່ງຕຶງຢູ່ແຫຼມ ເກົາຫຼີ ປິນຂັ້ນໄດ

(VOVWORLD) - ເລື່ອງຮັບຮອງເອົາກົດໝາຍດັ່ງກ່າວຂອງ ສປປ ເກົາຫຼີ ກໍ່ໄດ້ຮັບຖືວ່າ ແມ່ນແນໃສ່ບັນດາການກະທຳຫຼ້າສຸດຂອງ ອາເມລິກາ, ຍີ່ປຸ່ນ ແລະ ສ ເກົາຫຼີ, ໃນນັ້ນ, ພິເສດແມ່ນນະໂຍບາຍສຳຜັດທີ່ແຂງກະດ້າງຕໍ່ ສປປ ເກົາຫຼີ ຂອງທ່ານ Yoon Suk-yeol

ວັນທີ 9 ກັນຍາ, ສຳນັກຂ່າວສານສູນກາງ ສປປ ເກົາຫຼີ ໃຫ້ຮູ້ວ່າ: ປະເທດນີ້ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການກຳນົດສິດນຳໃຊ້ການບຸກໂຈມຕີນິວເຄຼຍກ່ອນ ເພື່ອປ້ອງກັນຕົວ. ການກະທຳນີ້ຂອງ ສປປ ເກົາຫຼີ ໄດ້ຄາດຄະເນວ່າຈະເຮັດໃຫ້ສະພາບການຢູ່ພາກພື້ນຕ້ອງຢຶນຢູ່ຕໍ່ໜ້າຄວາມສ່ຽງວ່າຄວາມເຄັ່ງຕຶງປິນຂັ້ນໄດໃນສະພາບການທີ່ເວລາມໍ່ໆມານີ້ ອາເມລິກາ, ຍີ່ປຸ່ນ ແລະ ສ ເກົາຫຼີ ໃຫ້ຄຳໝັ້ນສັນຍາໂຕ້ຕອບຢ່າງແຂງກະດ້າງ ຖ້າຫາກວ່າ ສປປ ເກົາຫຼີ ສືບຕໍ່ທົດລອງນິວເຄຼຍ.

        ເລື່ອງຮັບຮອງເອົາກົດໝາຍດັ່ງກ່າວຂອງ ສປປ ເກົາຫຼີ ກໍ່ໄດ້ຮັບຖືວ່າ ແມ່ນແນໃສ່ບັນດາການກະທຳຫຼ້າສຸດຂອງ ອາເມລິກາ, ຍີ່ປຸ່ນ ແລະ ສ ເກົາຫຼີ, ໃນນັ້ນ, ພິເສດແມ່ນນະໂຍບາຍສຳຜັດທີ່ແຂງກະດ້າງຕໍ່ ສປປ ເກົາຫຼີ ຂອງທ່ານ Yoon Suk-yeol, ປະທານາທິບໍດີ ສ. ເກົາຫຼີ ຄົນໃໝ່, ໃນນັ້ນມີເລື່ອງສ້າງຕັ້ງກອງບັນຊາການຍຸດທະສາດເພື່ອແນໃສ່ຕິດຕາມກວດກາຍຸດທະສາດບຸກໂຈມຕີກ່ອນ ແລະ ໂຕ້ຕອບ, ເພີ່ມທະວີຈຳນວນລູກສອນໄຟນຳວິຖີ, ເຮືອບິນສູ້ຮົບ F-35A ແລະ ກ່ຳປັ່ນດຳນ້ຳລຳໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ