ຄວາມເຄັ່ງຕຶງຢູ່ແຫລມເກົາຫລີ ມີທ່າອ່ຽງປີນຂັ້ນໄດ

(VOVWORLD) -ວັນທີ 14 ມິຖຸນາ ສເກົາຫລີ ໄດ້ຮຽກໂຮມກອງປະຊຸມຄວາມໝັ້ນຄົງຢ່າງຮີບດ່ວນເພື່ອປຶກສາຫາລືສະພາບການຄວາມໝັ້ນຄົງ ຢູ່ ແຫລມເກົາຫລີ ກໍ່ຄື ມາດຕະການໂຕ້ຕອບ.

ການພົວພັນລະຫວ່າງ ສເກົາຫລີ - ສປປ ເກົາຫລີ ໃນສັບປະດາຜ່ານມາ ບັງເອີນເຄັ່ງຕຶງຂຶ້ນ ດ້ວຍເລື່ອງ ສປປ ເກົາຫລີ ຕັດທຸກຊ່ອງທາງຕິດຕໍ່ ເພື່ອຄັດຄ້ານບັ້ນຫວ່ານໃບປີວຢູ່ເຂດຊາຍແດນ. ມີຄຳຕຳຫນິຕິຕຽນແຂງກະດ້າງຂອງ ສປປ ເກົາຫລີ ເລັ່ງໃສ່ ສເກົາຫລີ ດ້ວຍຄຳກ່າວເຕືອນວ່າ ອາດຈະມີບັນດາມາດຕະການໂຕ້ຕອບ ລວມທັງ ດ້ານການທະຫານ. ຕໍ່ຫນ້າຄວາມວິຕົກກັງວົນຄວາມເຄັ່ງຕຶງປີນຂັ້ນໄດກັບປະເທດບ້ານໃກ້ເຮືອນຄຽງ, ວັນທີ 14 ມິຖຸນາ ສເກົາຫລີ ໄດ້ຮຽກໂຮມກອງປະຊຸມຄວາມໝັ້ນຄົງຢ່າງຮີບດ່ວນເພື່ອປຶກສາຫາລືສະພາບການຄວາມໝັ້ນຄົງ ຢູ່ ແຫລມເກົາຫລີ ກໍ່ຄື ມາດຕະການໂຕ້ຕອບ.

ຕອບກັບ

ຂ່າວ/ບົດ​ອື່ນ