ຄວາມເຄັ່ງຕຶງຢູ່ໄທຫລຸດລົງ

ຄວາມເຄັ່ງຕຶງຢູ່ໄທຫລຸດລົງ - ảnh 1
ຕຳຫລວດມອບດອກໄມ້ໃຫ້ແກ່ຜູ້ແຫ່ຂະບວນປະທ້ວງ
ພາບ:internet


(vovworld)-ພາ​ຍຫລັງ​ຄວາມ​ເຄັ່ງ​ຕືງ​​ປີ້ນ​ຂັ້ນ​ໄດ​ມາ​ເປັນ​ເວລາ​ຫລາຍ​ມື້, ຄວາມ​ເຄັ່ງ​ຕຶງ​ຢູ່​ນະຄອນຫລວງ ບາງກອກ​ປະ​ເທດ​ໄທ ຫລຸດ​ລົງພໍ​ສົມຄວນ ​ເມື່ອ​ລັດຖະບານ​ໄທ ອອກ​ຄຳ​ສັ່ງ​ໃຫ້​ແກ່​ຕຳຫລວດ​ຢຸດຕິ​ການ​ປະ​ເຊີນ​ຫນ້າ​ກັບ​ຜູ້​ແຫ່​ຂະ​ບວນປະ​ທ້ວງ. ກ່າວ​ຄຳ​ເຫັນ​ທີ່​ສຳນັກງານ​ຕຳ​ຫລວດ​ແຫ່ງ​ຊາດ​ໃນ​ວັນ​ທີ 3/12,​ ທ່ານ​ນາງນາຍົກລັດຖະມົນຕີ ​ໄທ ຍີ່​ງຣັກ ຊີ​ນະ​ວັດ ​ໄດ້​ຢືນຢັນ: ສະພາບ​​ເຄັ່ງ​ຕຶງ​ໄດ້​ຫລຸດ​ລົງ​ພໍ​ສົມຄວນ ​ເຖິງ​ວ່າ ບໍ່ທັນ​ກັບ​ຄືນ​ສູ່​ຄວາມ​ເປັນ​ປົກກະຕິ​​​ໄດ້. ທ່ານ​ນາງ​ນາຍົກລັດຖະມົນຕີ ​ໄທ ​ເນັ້ນ​ຫນັກ​ວ່າ: ລັດຖະບານ ຈະ​ບໍ່​ນຳ​ໃຊ້​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ຜູ້​ແຫ່​ຂະ​ບວນປະ​ທ້ວງ ພ້ອມ​ທັງ​ຮຽກຮ້ອງ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ດຳ​ເນີນ​ການ​ເຈລະຈາ​ກັບ​ລັດຖະບານ​ໂດ​ຍ​ໄວ ຜ່ານ​ເວທີ​ປາ​ໄສ​ປະຊາຊົນ. ທ່ານ​ນາງ ຍິ່ງຣັກ ຊີ​ນະ​ວັດ ອອກ​ຖະ​ແຫລ​ງການ​ດັ່ງກ່າວ​ພາຍຫລັງ​ຕຳຫລວດ​ອະນຸຍາດ​ໃຫ້​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ເຂົ້າ​ບໍລິ​ເວນ​ສຳນັກງານ​ລັດຖະບານ ​ແລະ ສຳນັກງານ​ຕະຫລວດ​ແຫ່ງ​ຊາດ​ຢູ່​ນະຄອນຫລວງ ບາງກອກ.

 

 

ຂ່າວ/ບົດ​ອື່ນ