ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ອິດ​ສະ​ຣ​າ​ແອັນ - ປາ​ແລັດ​ສະ​ຕິນ ນັບ​ມື້​ນັບ​ປິນ​ຂັ້ນ​ໄດ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ເພີ່ມ​ຂຶ້ນ

(VOVWORLD) -    ຕອນຄ່ຳວັນທີ 11 ພຶດສະພາ, ຄວາມເຄັ່ງຕຶງ ລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ ສືບຕໍ່ເພີ່ມຂຶ້ນ ເມື່ອຂະບວນການ ອິດສະລາມ Hamas ຢູ່ ເຂດ  Gaza ໄດ້ຍິງລູກຈະຫຼວດ ນັບຮ້ອຍລູກ ເພື່ອໂຕ້ຕອບການບຸກໂຈມຕີທາງອາກາດກ່ອນໜ້ານັ້ນໃນວັນດຽວກັນຂອງ ກອງທັບ ອິດສະຣາແອັນ.
ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ອິດ​ສະ​ຣ​າ​ແອັນ - ປາ​ແລັດ​ສະ​ຕິນ ນັບ​ມື້​ນັບ​ປິນ​ຂັ້ນ​ໄດ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ເພີ່ມ​ຂຶ້ນ - ảnh 1ການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ຢູ່ເຂດ Gaza ໃຕ້ ໃນວັນທີ 11 ພຶດສະພາ (ພາບ: TTXVN)

ຕາມນັ້ນແລ້ວ, ໃນຖະແຫຼງການທີ່ໄດ້ເອົາລົງໃນ  Telegram, Hamas ໃຫ້ຮູ້ວ່າ ໄດ້ຍິງລູກຈະຫຼວດຈຳນວນ 130 ລູກ ໃສ່ນະຄອນ Tel Aviv ແລະ ເຂດພາກກາງ ຂອງ ອິດສະຣາແອັນ. ເຫດບຸກໂຈມຕີດັ່ງກ່າວ ໄດ້ເຮັດໃຫ້ ອິດສະຣາແອັນ ຕ້ອງເລີ່ມເຄື່ອນໄຫວລະບົບສະກັດກັ້ນ ແລະ ເຕືອນໄພຢູ່ທຸກບ່ອນທີ່ມີລູກສອນໄຟແນ່ໃສ່. ຕາມແຫຼ່ງຂ່າວໃນເບື້ອງຕົ້ນໃຫ້ຮູ້ວ່າ ມີປະຊາຊົນເສຍຊີວິດ 1 ຄົນ ແລະ ຮັບບາດເຈັບ 3 ຄົນ.

        ຕໍ່ໜ້າສະພາບການທີ່ຜັນແປສັບສົນດັ່ງກ່າວ, ວັນທີ 11 ພຶດສະພາ, ກະຊວງການຕ່າງປະເທດ ລັດເຊຍ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ ແລະ ຫຼີກລ້ຽງການປະທະກັນຢູ່ ເຢຣູຊາແລມ ຕາເວັນອອກ ແລະ ເຂດ Gaza. ລັດເຊຍ ຈະຊອກຫາມາດຕະການຮອບດ້ານ ແລະ ຍືນຍົງ ດ້ວຍການຄົງຕົວຂອງທັງ 2 ລັດ, ອິດສະຣາແອນ ແລະ ປາແລັດສະຕິນ. 

ຕອບກັບ

ຂ່າວ/ບົດ​ອື່ນ