ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ - ເຮ​ໂບ​ລາ ເພີ່ມ​ຂຶ້ນ; ບາງ​ປະ​ເທດ​ຂຶ້ນ​ແຜນ​ຍົກ​ຍ້າຍ​ພົນ​ລະ​ເມືອງ​ອອກ​ຈາກ ລີ​ບັງ

(VOVWORLD) -     ການປະທະກັນລະຫວ່າງ ອິດສະຣາແອັນ - ເຮໂບລາ ໄດ້ເພີ່ມຂຶ້ນຢ່າງແຮງໃນຊຸມວັນຜ່ານມາ ດ້ວຍເລື່ອງ ວັນທີ 18 ມິຖຸນາ ອິດສະຣາແອັນ ໄດ້ຖະແຫຼງປະກາດແຜນການການທະຫານຢູ່ປະເທດບ້ານໃກ້ເຮືອນຄຽງທາງທິດເໜືອ ທີ່ໄດ້ຮັບການໃຫ້ສັດຕະຍາບັນແລ້ວ.

ວັນທີ 23 ມິຖຸນາ, ກຳລັງ ເຮໂບລາ ໄດ້ນໍາໃຊ້ເຮືອບິນບໍ່ມີຄົນຂັບບຸກໂຈມຕີເຂົ້າສອງເຂດການທະຫານຢູ່ພາກເໜືອ ອິດສະຣາແອັນ, ເຊິ່ງລວມມີ: ຄ້າຍທະຫານ Beit Hillel  ແລະ ສຳນັກງານກອງພົນ 91  ຕັ້ງຢູ່ໃກ້ນະຄອນ Safed, ພາກເໜືອ ອິດສະຣາແອັນ. ການກະທຳດັ່ງກ່າວຂອງກຳລັງ ເຮໂບລາ ແມ່ນເພື່ອແນໃສ່ໂຕ້ຕອບຄືນການບຸກໂຈມຕີຂອງກອງທັບ ອິດສະຣາແອັນ ເຮັດໃຫ້ກອງບັນຊາການສູງສຸດຂອງກຸ່ມ Jamaa Islamiya ເສຍຊີວິດໃນວັນທີ 22 ມິຖຸນາ, ຢູ່ເທດສະບານເມືອງ Khiara, ທາງທິດຕາເວັນອອກ ລີບັງ.

        ການປະທະກັນລະຫວ່າງ ອິດສະຣາແອັນ - ເຮໂບລາ ໄດ້ເພີ່ມຂຶ້ນຢ່າງແຮງໃນຊຸມວັນຜ່ານມາ ດ້ວຍເລື່ອງ ວັນທີ 18 ມິຖຸນາ ອິດສະຣາແອັນ ໄດ້ຖະແຫຼງປະກາດແຜນການການທະຫານຢູ່ປະເທດບ້ານໃກ້ເຮືອນຄຽງທາງທິດເໜືອ ທີ່ໄດ້ຮັບການໃຫ້ສັດຕະຍາບັນແລ້ວ.

        ຕໍ່ໜ້າສະພາບການນີ້, ວັນທີ 22 ມິຖຸນາ, ເຮືອບິນຂອງບໍລິສັດການບິນແຫ່ງຊາດ ກູເວດ ໄດ້ເລີ່ມເດີນທາງໄປຍັງ ລີບັງ ເພື່ອຍົກຍ້າຍພົນລະເມືອງໄປຍັງບ່ອນທີ່ປອດໄພ. ໃນຂະນະນັ້ນ, ການາດາ ກໍພວມກະກຽມການຍົກຍ້າຍພົນລະເມືອງອອກຈາກ ລີບັງ ເຊັ່ນດຽວກັນ.

        ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ເມື່ອກ່າວຄຳເຫັນໃນການໃຫ້ສຳພາດຕໍ່ຊ່ອງໂທລະພາບ Channel 14 ຂອງ ອິດສະຣາແອັນ ໃນວັນທີ 23 ມິຖຸນາ, ທ່ານນາຍົກລັດຖະມົນຕີ  Netanyahu ຊີ້ແຈ້ງວ່າ “ໄລຍະຄວາມເຄັ່ງຕຶງຂອງການປະທະກັນຢູ່ Rafah (ເຂດ ກາຊາ) ໃກ້ຈະສິ້ນສຸດແລ້ວ ແລະ ບັນດາກຳລັງ ອິດສະຣາແອັນ ກໍໃກ້ຈະ ສິ້ນສຸດ “ໄລຍະຄວາມເຄັ່ງຕຶງ” ໃນທົ່ວເຂດ ກາຊາ. ແຕ່ເຖິງຢ່າງໃດກໍຕາມ, ທ່ານ Netanyahu ຖືວ່າ ສິ່ງດັ່ງກ່າວ ບໍ່ໄດ້ໝາຍຄວາມວ່າ ຈະສິ້ນສຸດການປະທະກັນທີ່ພວມເກີດຂຶ້ນຢູ່ເຂດ ກາຊາ ແລະ ບັ້ນຕໍ່ສູ້ຈະສືບຕໍ່ຖືກດຳເນີນດ້ວຍບັ້ນຕໍ່ສູ້ແນໃສ່ບັນດາເປົ້າໝາຍຂອງກຳລັງ ຮາມາດສ.   

ຕອບກັບ

ຂ່າວ/ບົດ​ອື່ນ