ຄວາມເຄັ່ງຕຶງລະຫວ່າງກຳລັງ Hezbollah ແລະ ອິດສະຣາແອັນ ເພີ່ມຂຶ້ນ

(VOVWORLD) - ໂຄສົກຂອງກອງທັບ ອິດສະຣາແອັນ ຢັ້ງຢືນວ່າ, ການບຸກໂຈມຕີທາງອາກາດໄດ້ດຳເນີນເຂົ້າເລິກຢູ່ຜືນແຜ່ນດິນ ລີບັງ ເພື່ອແນໃສ່ເປົ້າໝາຍ Hezbollah.
ຄວາມເຄັ່ງຕຶງລະຫວ່າງກຳລັງ Hezbollah ແລະ ອິດສະຣາແອັນ ເພີ່ມຂຶ້ນ - ảnh 1ການບຸກໂຈມຕີເຂົ້າເຂດ Baalbek ທາງທິດຕາເວັນອອກຂອງປະເທດນີ້ໃນຕອນກາງຄືນວັນທີ 14 ພຶດສະພາ
(ພາບປະກອບ: AFP/TTXVN)

        ວັນທີ 16 ພຶດສະພາ, ກຳລັງ Hezbollah ຢູ່ ລີບັງ ຖະແຫຼງ ໄດ້ຍິງລູກສອນໄຟ Katyusha ກວ່າ 60 ລູກເຂົ້າບັນດາຖານທີ່ໝັ້ນດ້ານການທະຫານຂອງ ອິດສະຣາແອັນ ຢູ່ເຂດພູພຽງ ໂກລັນ ເພື່ອໂຕ້ຕອບບັນດາການບຸກໂຈມຕີເຂົ້າເຂດ Baalbek ທາງທິດຕາເວັນອອກຂອງປະເທດນີ້ໃນຕອນກາງຄືນວັນທີ 14 ພຶດສະພາ.

        ສຳນັກຂ່າວສານແຫ່ງຊາດທາງການຂອງ ລີບັງ ໃຫ້ຮູ້ວ່າ, ເຂດ Baalbek ຢູ່ຮ່ອມພູ Bekaa, ຕິດກັບເຂດຊາຍແດນ ຊີຣີ, ແມ່ນແຫ່ງທີ່ Hezbollah ພວມຄວບຄຸ້ມ, ໄດ້ຖືກ ອິດສະຣາແອັນ ບຸກໂຈມຕີ 5 ຄັ້ງໃນຕອນກາງຄືນວັນທີ 14 ພຶດສະພາ, ເຮັດໃຫ້ພົນລະເມືອງຜູ້ໜຶ່ງໄດ້ຮັບບາດເຈັບ ແລະ ເກີດເຫດອັກຄີໄພ.

        ໃນຂະນະນັ້ນ, ໂຄສົກຂອງກອງທັບ ອິດສະຣາແອັນ ຢັ້ງຢືນວ່າ, ການບຸກໂຈມຕີທາງອາກາດໄດ້ດຳເນີນເຂົ້າເລິກຢູ່ຜືນແຜ່ນດິນ ລີບັງ ເພື່ອແນໃສ່ເປົ້າໝາຍ Hezbollah.

        ການກະທຳຂອງ ອິດສະຣາແອັນ ເພື່ອໂຕ້ຕອບເລື່ອງທີ່ເກີດຂຶ້ນເມື່ອວັນທີ 13 ພຶດສະພາ, Hezbollah ໄດ້ຍິງເຄື່ອງອຸປະກອນບໍ່ມີຄົນຂັບໃສ່ຖານທີ່ໝັ້ນດ້ານການທະຫານຢູ່ໃກ້ກັບນະຄອນ Tiberias ຂອງ ອິດສະຣາແອັນ. ນີ້ແມ່ນໜຶ່ງໃນບັນດາການບຸກໂຈມຕີເຂົ້າເລິກໃນຜືນແຜ່ນດິນຂອງ ອິດສະຣາແອັນ ນັບແຕ່ເມື່ອເກີດການປະກັນລະຫວ່າງ 2 ຝ່າຍໃນວັນທີ 08 ຕຸລາ 2023.

ຕອບກັບ

ຂ່າວ/ບົດ​ອື່ນ