ຄວາມເຄັ່ງຕຶງລະຫວ່າງຍີ່ປຸ່ນ ແລະ ສເກົາຫລີ ພວມປີນຂັ້ນໄດພາຍຫລັງການເຈລະຈາ

(VOVWORLD) -ວັນທີ 13 ກໍລະກົດ, ຄວາມເຄັ່ງຕຶງ ລະຫວ່າງ ຍີ່ປຸ່ນ ແລະ ສ ເກົາຫລີ ພວມປີນຂັັ້ນໄດ ເມື່ອ ໂຕກຽວ ກ່າວຫາ ເຊີອູນ ອອກຂ່າວຄາວທີ່ຜິດເຂວ ພາຍຫລັງການເຈລະຈາກ່ຽວກັບເລື່ອງ ຍີ່ປຸ່ນ ຈຳກັດການສົ່ງອອກວັດຖຸດິບເຕັກໂນໂລຊີສູງໄປຍັງ ສເກົາຫລີ ໃນວັນທີ 12 ກໍລະກົດ. 

ຄວາມເຄັ່ງຕຶງລະຫວ່າງຍີ່ປຸ່ນ ແລະ ສເກົາຫລີ ພວມປີນຂັ້ນໄດພາຍຫລັງການເຈລະຈາ - ảnh 1 ເຈົ້າຫນ້າທີ່ກະຊວງການຄ້າ ສເກົາຫລີ ແລະ ຍີ່ປຸ່ນ ປືກສາຫາລືກ່ຽວກັບກົດລະບຽບການສົ່ງອອກສິນຄ້າ

ພາບ:vietnam+

ເຈົ້າຫນ້າທີ່ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ (METI) ຊີ້ແຈ້ງວ່າ ໂຕກຽວ ຄັດຄ້ານເລື່ອງ ເຊີອູນ ລົບລ້າງຂໍ້ຕົກລົງທີ່ກ່ຽວຂ້ອງເຖິງເນື້ອໃນຊື່ງສອງຝ່າຍຈະເຜີຍແບພາຍຫລັງການປຶກສາຫາລືໃນວັນທີ 12 ກໍລະກົດ.

ຄຳຖະແຫລງດັ່ງກ່າວໄດ້ຍົກອອກມາ ພາຍຫລັງເຈົ້າຫນ້າທີ່ທ່ານຫນຶ່ງຂອງ ສເກົາຫລີ ເຂົ້າຮ່ວມການເຈລະຈາຢູ່ METI ໃຫ້ຮູ້ວ່າ: ເຊີອູນ ຮູ້ສຶກເປັນຫນ້າເສຍດາຍຕໍ່ມາດຕະການຂອງ ໂຕກຽວ ພ້ອມທັງ ສະເຫນີ ຍີ່ປຸ່ນ ຍົກເລີກບັນດາການຈຳກັດກ່ຽວກັບການສົ່ງອອກບັນດາປະເພດສິນຄ້າເຕັກໂນໂລຊີສູງໃນການພົບປະດັ່ງກ່າວຢ່າງທັນທີ. ບັນດາເຈົ້າຫນ້າທີ່ ສເກົາຫລີ ກໍ່ປະຕິເສດຂ່າວຄາວທີ່ວ່າ ຝ່າຍ ໂຕກຽວ ໄດ້ອະທິບາຍຢ່າງຄົບຖ້ວນຫລືແຈ້ງໃຫ້ ເຊີອູນ ຊາບກ່ອນທີ່ປະຕິບັດຂໍ້ຕົກລົງຈຳກັດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ