ຄວາມເຄັ່ງຕຶງລະຫວ່າງລັດເຊຍ - ຢູແກຼນ: ລັດເຊຍ ກ່າວຫາ ຢູແກຼນ ມີການກະທຳດ້ານການເມືອງໃນເຫດປະທະກັນຢູ່ທະເລດຳ

(VOVWORLD) - ທ່ານປະທານາທິບໍດີ ຢູແກຼນ Petro Poroshenko ພວມສວຍໃຊ້ສະພາບຄວາມເຄັ່ງຕຶງລະຫວ່າງສອງປະເທດຢູ່ທະເລດຳ
ຄວາມເຄັ່ງຕຶງລະຫວ່າງລັດເຊຍ - ຢູແກຼນ: ລັດເຊຍ ກ່າວຫາ ຢູແກຼນ ມີການກະທຳດ້ານການເມືອງໃນເຫດປະທະກັນຢູ່ທະເລດຳ - ảnh 1 ພາບປະກອບ

ກ່າວຄຳເຫັນທີ່ເວທີປາໄສການເງິນຢູ່ ມົດສະກູ, ວັນທີ 28 ພະຈິກ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖືວ່າ: ທ່ານປະທານາທິບໍດີ ຢູແກຼນ Petro Poroshenko ພວມສວຍໃຊ້ສະພາບຄວາມເຄັ່ງຕຶງລະຫວ່າງສອງປະເທດຢູ່ທະເລດຳ ເພື່ອເພີ່ມອັດຕາການສະໜັບສະໜູນກ່ອນທີ່ດຳເນີນການເລືອກຕັ້ງທົ່ວປະເທດຢູ່ ຢູແກຼນ ໃນປີໜ້າ.

        ຕາມທ່ານ Putin ແລ້ວ, ເຫດທີ່ເກີດຂຶ້ນຢູ່ ທະເລດຳ ແມ່ນ “ເຫດຊາຍແດນ” ແລະ ເລື່ອງ ກິແອບ ປະກາດສະພາບການສົງຄາມແມ່ນ “ໂຕ້ຕອບເກີນໄປ”. ຄຽງຄູ່ກັນນັ້ນ, ທ່ານປະທານາທິບໍດີ ລັດເຊຍ ໄດ້ຊີ້ແຈ້ງວ່າ ບັນດາກ່ຳປັ່ນຂອງ ຢູແກຼນ ບໍ່ປະຕິບັດຕາມກົດລະບຽບເມື່ອໄປຜ່ານເຂດຊ່ອງແຄບທະເລ Kerch ເພື່ອເຂົ້າໄປຫາທະເລ Azov ຂຶ້ນກັບເຂດນ່ານທະເລຂອງລັດເຊຍ ແລະ ບໍ່ມີປະຕິກິລິຍາຕໍ່ການຕິດຕໍ່ພົວພັນ radio ຈາກກຳລັງປ້ອງກັນຊາຍແດນ ລັດເຊຍ.

        ກ່ອນໜ້ານັ້ນ, ການພົວພັນທີ່ເຄີຍເຄັ່ງຕຶງລະຫວ່າງລັດເຊຍ ແລະ ຢູແກຼນ ສືບຕໍ່ຖືກຍູ້ຂຶ້ນຂັ້ນໄດໃໝ່ພາຍຫຼັງເລື່ອງ ລັດເຊຍ ກັກກ່ຳປັ່ນທະຫານເຮືອຂອງ ຢູແກຼນ 3 ລຳ ດ້ວຍຂໍ້ກ່າວຫາວ່າ ກ່ຳປັ່ນເຫຼົ່ານີ້ໄດ້ລ່ວງລະເມີດເຂດນ່ານທະເລຂອງລັດເຊຍ ໃນວັນທີ 25 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ