ຄວາມ​ເຄັ່ງຕຶງ​ສືບ​ຕໍ່​ເກີດ​ຂຶ້ນ​ໃນ​ການ​ພົວ​ພັນ ລະ​ຫວ່າງ EU - ລັດ​ເຊຍ

(VOVWORLD) -ທ່ານ Peter Stano ໂຄສົກ EU ໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ຂັ້ນສູງຂອງ ຄະນະກຳມະການ ເອີລົບ ແລະ ອົງການການທູດ ຂອງ EU ຈະພົບປະກັບທ່ານເອກອັກຄະລັດຖະທູດ ລັດເຊຍ ເພື່ອສະແດງການຄັດຄ້ານຕໍ່ຂໍ້ຕົກລົງ ເຊິ່ງ ເຂົາເຈົ້າ ຖືວ່າ ແມ່ນ “ຂາດຫຼັກຖານ” ຂອງ ມົດສະກູ. 
ຄວາມ​ເຄັ່ງຕຶງ​ສືບ​ຕໍ່​ເກີດ​ຂຶ້ນ​ໃນ​ການ​ພົວ​ພັນ ລະ​ຫວ່າງ EU  - ລັດ​ເຊຍ - ảnh 1ທ່ານ Peter Stano ໂຄສົກ EU (ພາບ: TTXVN)

ວັນທີ 3 ພຶດສະພາ, ສະຫະພາບ ເອີລົບ (EU)  ໄດ້ຮຽກຕົວ ທ່ານເອກອັກຄະລັດຖະທູດ ລັດເຊຍ ຢູ່ກຸ່ມນີ້ ເພື່ອແນໃສ່ຄັດຄ້ານ ເລື່ອງມົດສະກູ ຫ້າມບໍ່ໃຫ້ເຈົ້າໜ້າທີ່ ເອີລົບ 8 ທ່ານເຂົ້າເມືອງ ເພື່ອແນໃສ່ໂຕ້ຕອບບັນດາຄຳສັ່ງຂວໍ້າບາດຂອງ EU. ທ່ານ Peter Stano ໂຄສົກ EU ໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ຂັ້ນສູງຂອງ ຄະນະກຳມະການ ເອີລົບ ແລະ ອົງການການທູດ ຂອງ EU ຈະພົບປະກັບທ່ານເອກອັກຄະລັດຖະທູດ ລັດເຊຍ ເພື່ອສະແດງການຄັດຄ້ານຕໍ່ຂໍ້ຕົກລົງ ເຊິ່ງ ເຂົາເຈົ້າ ຖືວ່າ ແມ່ນ “ຂາດຫຼັກຖານ” ຂອງ ມົດສະກູ. ວັນທີ 30 ເມສາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ປະກາດວ່າ ປະເທດນີ້ ໄດ້ຫ້າມບໍ່ໃຫ້ເຈົ້າໜ້າທີ່ ເອີລົບ 8 ທ່ານເຂົ້າເມືອງ ເພື່ອແນໃສ່ໂຕ້ຕອບບັນດາມາດຕະການລົງໂທດ ຊຶ່ງ EU ເລັ່ງໃສ່ວົງການເຈົ້າໜ້າທີ່ ລັດເຊຍ ເມື່ອຕົ້ນເດືອນ ມີນາ. ໃນຈຳນວນບັນດາເຈົ້າໜ້າທີ່ ຖືກຫ້າມເຂົ້າເມືອງ ມີທ່ານ David Sassoli ປະທານລັດຖະສະພາ ເອີລົບ ແລະ ທ່ານ Vera Jourova ຮອງປະທານຄະນະກຳມະການເອີລົບ (EC) ຮັບຜິດຊອບບັນດາບັນຫາດ້ານມູນຄ່າ ແລະ ຄວາມໂປ່ງໃສ.

ຕອບກັບ

ຂ່າວ/ບົດ​ອື່ນ