ຄວາມເຄັ່ງຕຶງອາເມລິກາ-ອີຣານ: ອີຣານ ຢາກທຳລາຍ “ອຸປະກອນດ້ານການທະຫານ” ຂອງວໍຊິງຕັນ

(VOVWORLD) -ບັນດາເຫດບຸກໂຈມຕີດ້ວຍລູກສອນໄຟຂອງປະເທດນີ້ໃສ່ບັນດາເປົ້າໝາຍຂອງອາເມລິກາ ຢູ່ອີຣັກ ບໍ່ແມ່ນເພື່ອແນໃສ່ດັບສູນບັນດາພົນທະຫານອາເມລິກາ ຫາກແມ່ນການຊອກຫາວິທີເພື່ອທຳລາຍ “ອຸປະກອນດ້ານການທະຫານ” ຂອງວໍຊິງຕັນ

ຄວາມເຄັ່ງຕຶງອາເມລິກາ-ອີຣານ: ອີຣານ ຢາກທຳລາຍ “ອຸປະກອນດ້ານການທະຫານ” ຂອງວໍຊິງຕັນ - ảnh 1 ເຕເຮຣານ ໄດ້ຍິງລູກສອນໄຟ

(ພາບ: IRNA/TTXVN)

ວັນທີ 09 ມັງກອນ, ທ່ານ Amirali Hajizadeh, ຜູ້ບັນຊາການກຳລັງຍານອາວະກາດຂຶ້ນກັບກຳລັງພິທັກຮັກສາປະຕິວັດອິດສະລາມອີຣານ (IRGC) ຖະແຫຼງວ່າ, ບັນດາເຫດບຸກໂຈມຕີດ້ວຍລູກສອນໄຟຂອງປະເທດນີ້ໃສ່ບັນດາເປົ້າໝາຍຂອງອາເມລິກາ ຢູ່ອີຣັກ ບໍ່ແມ່ນເພື່ອແນໃສ່ດັບສູນບັນດາພົນທະຫານອາເມລິກາ ຫາກແມ່ນການຊອກຫາວິທີເພື່ອທຳລາຍ “ອຸປະກອນດ້ານການທະຫານ” ຂອງວໍຊິງຕັນ ກໍຄືເລີ່ມເຄື່ອນໄຫວ ບັນດາການບຸກໂຈມຕີອາດຈະເກີດຂຶ້ນໃນທົ່ວພາກພື້ນຕາເວັນອອກກາງ. ທ່ານ Amirali Hajizadeh, ກໍ່ເນັ້ນໜັກວ່າ, ອີຣານ ມີລູກສອນໄຟຫຼາຍຮ້ອຍລູກທີ່ໄດ້ຕັ້ງໄວ້ໃນສະພາບກຽມພ້ອມ ແລະ ຈຸດເວລາທີ່ ເຕເຮຣານ ໄດ້ຍິງລູກສອນໄຟນັ້ນແມ່ນໃນວັນທີ 08 ມັງກອນ, ປະເທດນີ້ກໍ່ໄດ້ນຳໃຊ້ “ບັນດາການບຸກໂຈມຕີທາງເຄືອຂ່າຍອິນເຕີແນັດເພື່ອທຳລາຍບັນດາລະບົບຈຸດທີ່ຕັ້ງເຮືອບິນ ແລະ ເຮືອບິນບໍ່ມີຄົນຂັບ (ຂອງອາເມລິກາ)”.

          ໃນເຫດການທີ່ກ່ຽວຂ້ອງ, ວັນທີ 09 ມັງກອນ, ທ່ານປະທານສະພາສະຫະພາບເອີລົບ Charles Michel ໃຫ້ຮູ້ວ່າ, ທ່ານໄດ້ປຶກສາຫາລືກັບທ່ານປະທານາທິບໍດີອີຣານ Hassan Rouhani ແລະ ກະຕຸກຊຸກຍູ້ເຕເຮຣານ ປະຕິບັດຂໍ້ຕົກລົງ JCPOA ທີ່ໄດ້ລົງນາມກັບບັນດາປະເທດມະຫາອຳນາດເມື່ອປີ 2015. ສ່ວນທ່ານປະທານາທິບໍດີອີຣານ Hassan Rouhani ໃຫ້ຮູ້ວ່າ, ເຕເຮຣານ ພວມຊອກຫາວິທີເພື່ອປັບປຸງຂໍ້ຕົກລົງ ແລະ ເລື່ອງປະຕິເສດຂໍ້ຈຳກັດຕ່າງໆແມ່ນມີຄວາມຈຳເປັນເພື່ອສ້າງຄວາມດຸ່ນດ່ຽງໃນຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ