ຄວາມເຄັ່ງຕຶງເກີດຂຶ້ນຄືນໃໝ່ລະຫວ່າງ ອີຢູ ແລະ ໂປໂລຍ

(VOVWORLD) -ເດືອນ ກັນຍາ 2021, ສານຍຸຕິທຳ ອີຢູ (CJEU) ໄດ້ຮຽກຮ້ອງໃຫ້ ໂປໂລຍ ຕ້ອງຈ່າຍເງິນປັບໄໝ 570.000 USD ຕໍ່ວັນ ຍ້ອນປະເທດນີ້ປະຕິເສດຄຳສັ່ງປິດປະຕູບໍ່ຖ່ານຫີນTurow.
ຄວາມເຄັ່ງຕຶງເກີດຂຶ້ນຄືນໃໝ່ລະຫວ່າງ ອີຢູ ແລະ ໂປໂລຍ - ảnh 1ບໍ່ຖ່ານຫີນTurow
(ພາບ: AFP/TTXVN)

ວັນທີ 08 ກຸມພາ, ຄະນະກຳມະການເອີລົບ (EC) ໄດ້ແຈ້ງໃຫ້ຊາບວ່າ ໃນອາທິດຈະມາເຖິງ EC ຈະປະຕິບັດບາດກ້າວທີ່ບໍ່ເຄີຍມີມາກ່ອນນັ້ນແມ່ນ ຕັດບ້ວງເງິນທີ່ຂອງສະຫະພາບ ເອີລົບ (ອີຢູ) ອຸປະຖຳໃຫ້ແກ່ ໂປໂລຍ ເພື່ອທົດແທນເງິນບັບໄໝເຊິ່ງ Warszawa ຕ້ອງຈ່າຍຍ້ອນປະຕິເສດການປິດປະຕູບໍ່ຖ່ານຫີນ. ບ້ວງເງິນທີ່ຕັດອອກແມ່ນປະມານ 17 ລ້ານ USD, ເທົ່າກັບຈຳນວນເງິນຖືກປັບໄໝໃນເວລາແຕ່ວັນທີ 20 ກັນຍາ ຮອດວັນທີ 19 ຕຸລາ 2021.

        ເດືອນ ກັນຍາ 2021, ສານຍຸຕິທຳ ອີຢູ (CJEU) ໄດ້ຮຽກຮ້ອງໃຫ້ ໂປໂລຍ ຕ້ອງຈ່າຍເງິນປັບໄໝ 570.000 USD ຕໍ່ວັນ ຍ້ອນປະເທດນີ້ປະຕິເສດຄຳສັ່ງປິດປະຕູບໍ່ຖ່ານຫີນTurow.

        ໃນປະຕິກິລິຍາຂອງຕົນ, ໂຄສົກຂອງລັດຖະບານ ໂປໂລຍ Piotr Muller ໃຫ້ຮູ້ວ່າ, Warszawa ຈະນຳໃຊ້ທຸກມາດຕະການດ້ານນິຕິກຳເພື່ອສາມາດຄັດຄ້ານຂໍ້ຕົກລົງຂອງ EC. ຕາມເຈົ້າໜ້າທີ່ທ່ານນີ້ແລ້ວ, ນັບແຕ່ທຳອິດ ໂປໂລຍ ກໍ່ເນັ້ນໜັກມາຕະຫຼອດວ່າ ບັນດາຄຳຕັດສິນໂດຍສານ CJEU ຍົກອອກມາລ້ວນແຕ່ບໍ່ມີເອກະສານອ້າງອີງທາງດ້ານນິຕິກຳ ຫຼື ເປັນສະພາບຕົວຈິງ. ສິ່ງດັ່ງກ່າວແມ່ນບໍ່ຢູ່ໃນກອບບັນດາສັນຍາຂອງ ອີຢູ ແລະ ລະເມີດສັນຍາຮັບປະກັນຄວາມໝັ້ນຄົງດ້ານພະລັງງານ.

ຕອບກັບ

ຂ່າວ/ບົດ​ອື່ນ