ຄວາມເຄັ່ງຕຶງເກີດຂຶ້ນຢູ່ ຕວກກີ ພາຍຫຼັງເກີດເຫດ ລະເບີດຢູ່ບໍ່ຖ່ານຫີນ

ຄວາມເຄັ່ງຕຶງເກີດຂຶ້ນຢູ່ ຕວກກີ ພາຍຫຼັງເກີດເຫດ ລະເບີດຢູ່ບໍ່ຖ່ານຫີນ - ảnh 1
ເຫດ​ລະ​ເບີດ​ຢູ່​ບໍ່​ຖ່ານ​ຫີນ​ໃນ​ວັນ​ທີ 13/05
(ພາບ: TTXVN)


(vovworld) –  ຄວາມ​ເຄັ່ງ​ຕຶງ​​ໄດ້​ເກີດຂຶ້ນ​ຢູ່​ຕວກກີ ພາຍ​ຫຼັງ​​ເກີດເຫດ​ລະ​ເບີດ​ຢູ່​ບໍ່​ຖ່ານ​ຫີນ​ໃນ​ວັນ​ທີ 13/05 ​ເຮັດ​​ໃຫ້​ນັບ​ຮ້ອຍ​ຄົນ​ຖືກ​ເສຍ​ຊີວິດ ​ແລະ ນັບ​ພັນ​ຄົນ​ຖືກ​ບາດ​ເຈັບ. ​ໄດ້​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ຕຳຫຼວດ​ກັບ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ນະຄອນຫຼວງ Ankara ​ແລະ ນະຄອນ Istanbul ​ໃນ​ຂະນະ​ທີ່​ສະຫະພັນ​ແຮງ​ງານ ຕວກກີ ຮຽກຮ້ອງດຳ​ເນີນ​ນັດຢຸດ​ງານ ​ໃນ​ວັນ​ທີ 15/05.

        ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​​ໄດ້​ລົງຖະໜົນ​ສາຍ​ຕ່າງໆ, ອັນ​ໄດ້​ພາ​ໃຫ້​ຕຳຫຼວດຕ້ອງ​ໃຊ້​ແກ​ດນ້ຳຕາ ​ແລະ ທໍ່​ສີດນ້ຳ​ເພື່ອ​ຍຸ​ບ​ເລີກ​ບັນດາ​ຜູ້​ເຕົ້າ​ໂຮມ ຄາດ​ວ່າ​ມີ 3.000 – 4.000 ຄົນ ຢູ່​ສະໜາມ​ຫຼວງ Kizilay, ນະຄອນຫຼວງ Ankara ​ແລະ ຜູ້​ແຫ່​ຂະ​ບວນປະ​ທ້ວງ​ນັບ​ໝື່ນ​ຄົນ​ຢູ່​​ນະຄອນ Istanbul. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ກ່າວ​ຫາ​ລັດຖະບານ ​ແລະ ຂະ​ແໜງ​ອຸດສາຫະກຳ​ຂຸດ​ຄົ້ນ​ບໍ່​ແຮ່​ໄດ້​ເລີ່ນ​ເລີ້​ຕໍ່​ຄວາມ​ຮັບຜິດຊອບ. ກ່ອນນັ້ນ, ຕຳຫຼວດ​ກໍ່​ຕ້ອງ​ໃຊ້​ມາດ​ຕະການ​ຄ້າຍຄື​ກັນ​ກັບ​ນັກ​ສຶກສາ​​ເກືອບ 800 ຄົນ ທີ່ເດີນ​ຂະ​ບວນຢູ່​ໃກ້​ກັບ​ສຳນັກງານ​ກະຊວງພະລັງງານ.

ຂ່າວ/ບົດ​ອື່ນ