ຄວາມເຄັ່ງຕຶງເພີ່ມຂຶ້ນໃນແຫຼມເກົາຫຼີ

ຄວາມເຄັ່ງຕຶງເພີ່ມຂຶ້ນໃນແຫຼມເກົາຫຼີ - ảnh 1
ຕຳຫຼວດ ສ ເກົາຫຼີ
(ພາບປະກອບຈາກ AFP/TTXVN)

(vovworld) – ​ແຫຼ່ງຂ່າວ​ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ ​ເກົາຫຼີ ​ເມື່ອ​ວັນ​ທີ 27/3 ​ໃຫ້​ຮູ້​ວ່າ, ​ໃນ​ວັນ​ດຽວ​ກັນ, ກຳ​ປັ່ນ​ຫາ​ປາ​ຂອງ ສປປ ​ເກົາຫຼີ ​ໄດ້​ແລ່​ນກາຍ​ເຂດ​ຊາຍ​ແດນ​ທາງ​ນ້ຳ​​ໄປທາງ​ທິດ​ໃຕ້ 1 ​ໄມ​ທະ​ເລ, ​ອັນ​ໄດ້ເຮັດ​ໃຫ້​ກຳ​ປັ່ນ​ລາດ​ຕາ​ເວນ​ຂອງ ສ ​ເກົາຫຼີ ຕ້ອງ​ຍິງ​ກ່າວ​ເຕືອນ. ປະ​ຈຸ​ບັນ, ຍັງບໍ່​ທັນ​ຮູ້​ວ່າການ​ລວງລ້ຳນີ້​ແມ່ນ​ຕັ້ງ​ໃຈ​ຫຼື​ບໍ່, ​ແຕ່​​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ ​ເກົາຫຼີ ຖື​ວ່າ​ແນ່​ນອນ​ວ່າ ປະຕິກິລິ​ຍາ​ແຂງ​ກະ​ດ້າງ​ຈາກ​ຝ່າຍ ​ເຊີ​ອູ​ນ ຈະ​ກໍ່​ຄວາມ​ເຄັ່ງ​ຕຶງ​ອັນ​ໃຫຍ່​ຫຼວງ​ລຽບ​ຕາມ​​ຊາຍ​ແດນ​ທາງ​ທະ​ເລ​ທີ່​ພວມ​​ເກີດ​ການພິພາດ​ກັນ.

        ​​ກ່ຽວຂ້ອງ​ເຖິງ ສປປ ​ເກົາຫຼີ ຍັງ​ມີ​ຂ່າວ​ວ່າ: ວັນ​ທີ 27/3, ສະພາ​ຄວາມ​ໝັ້ນຄົງ ສປຊ ​ໄດ້​ກ່າວ​ປະນາມ​​ການຍິງ​ທົດ​ລອງ ລູກ​ສອນ​ໄຟ​ນຳ​ວິຖີ​ເວລາ​ມໍ່ໆ​ມາ​ນີ້​ຂອງ ສປປ ​ເກົາຫຼີ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ທາ​ບທາມ​ຄວາມ​ເຫັນ​ກ່ຽວ​ກັບ​ມາດ​ຕະການ​ໂຕ້​ຕອບ​​ເທົ່າ​ທີ່​ຄວນ. ກ່າວ​ຄຳ​ເຫັນ​ກັບ​ບັນດາ​ນັກ​ຂ່າວ​ພາຍຫຼັງ​ວາລະ​ປຶກສາ​ຫາລື​ລັບ​ທີ່​ແກ່ຍາ​ວ​ເກືອບ 1 ຊົ່ວ​ໂມງ​ຂອງ​ສະພາ​ຄວາ​ມໝັ້ນຄົງ, ທ່ານ​ນາງ Sylvie Lucas, ເອກ​ອັກຄະ​ລັດຖະທູດ ລູກ​ຊຳ​ບວກ, ​ເຊິ່ງ​ແມ່ນ​ປະ​ເທດ​​ພວມ​​ເປັນ​ປະທານ​ໝູນວຽນ​ຂອງ​ສະພາ​ຄວາ​ມໝັ້ນຄົງ, ​ໃຫ້​ຮູ້​ວ່າ, ການ​ກ່າວ​ປະນາມ​ນີ້​ບໍ່​ຖືກ​ຍົກ​ອອກ​ມາ​ດ້ວຍຮູບ​ແບບ​ແຈ້ງ​ການ​​ເປັນທາງ​ການ​ຂອງ 15 ປະ​ເທດສະມາຊິກຂອງ ສະພາ​ຄວາມ​ໝັ້ນຄົງ, ​ແຕ່​ບັນດາສະມາຊິກ​ໄດ້​ສະ​ເໜີໃຫ້​ທ່ານ​ນາງ​ປະກາດ​ບັນດາ​ຄຳ​ວິຈານ​ນີ້, ​ເຊິ່ງ​​ເຄີຍ​ໄດ້​ຮັບ​ຄວາມ​ເຫັນ​ດີເຫັນ​ພ້ອມ​ຈາກ​ບັນດາ​ສະມາຊິກ.

ຂ່າວ/ບົດ​ອື່ນ