ຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ຈີນ - ຍີ່ປຸ່ນ

ຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ຈີນ - ຍີ່ປຸ່ນ - ảnh 1
ວິຫານ Yasukuni
(ພາບປະກອບ)

(vovworld) – ​ວັນ​ທີ 18/10, ຈີນ​ໄດ້​ຮຽກ​ຕົວເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຈີນ ​ແລະ ມີ​ການ​ປຶກສາ​ຫາລື​ຢ່າງ​​ເຂັ້ມ​ງວດ​ພາຍຫຼັງ​ເຫດການ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ຍີ່ປຸ່ນ ພ້ອມ​ກັບ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ 150 ຄົນຂອງ​ປະ​ເທດ​ນີ້​ໄດ້​ໄປ​ຢ້ຽມຢາມ​ວິຫານ Yasukuni, ບ່ອນ​ໄຫວ້​ອາ​ໄລ​ບັນດາ​ທະຫານ ຍີ່ປຸ່ນ ​ເສຍ​ຊີວິດ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ 2.

    ນີ້​ແມ່ນ​ຄັ້ງ​ທີ 2 ຢ່າງ​ລຽນຕິດ​ໃນ 2 ມື້​ຜ່ານ​ມາ, ຈີນ​ໄດ້​ອອກສຽງ​ຄັດຄ້ານ ຍີ່ປຸ່ນ ກ່ຽວ​ກັບ​ເລື່ອງທີ່​ກ່ຽວຂ້ອງ​ເຖິງ​ວິຫານ Yasukuni. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ວັນ​ທີ 18/10, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ຫົ້ວຊວນ​ອີ໋ງ ຖື​ວ່າ: ບັນດາ​ສະມາຊິກ​ຄະນະ​ລັດຖະບານ ຍີ່ປຸ່ນ​ໄດ້​ຢ້ຽມຢາມ​ວິຫານ Yasukuni ​ເປັນ​ປະຈຳ​ແມ່ນ​ການ​ກະທຳ “ປົກ​ປິດຄວາມ​ຈິງ​ປະຫວັດ​ສາດ”. ຈີນ​ເດັດ​ດຽວ​ຄັດຄ້ານ​ການ​ກະທຳ​ນີ້. ກ່ອນ​ໜ້າ​ນັ້ນ, ຈີນ​ໄດ້​ກ່າວ​ເຕືອນ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ວ່າ: ບໍ່​ຄວນ​ໄປ​ຢ້ຽມຢາມ​ວິຫານ Yasukuni, ​ໃນ​ສະພາບ​ການ​ທ່ານ Abe ​ໄດ້​ສົ່ງ​ເຄື່ອງ​ຂອງ​ບູຊາ​ເຖິງ​ວິຫານ​ແຫ່ງ​ນີ້.

ຂ່າວ/ບົດ​ອື່ນ