ຄວາມເຄັ່ງຕຶງໃນເຫດເຂັ່່ນຂ້ານັກສືບ Skipal

(VOVWORLD) -ມົດສະກູ ແລະ ລອນດອນ ໄດ້ເຫັນດີ ຈະເພີ່ມຈໍານວນພະນັກງານການທູດ ເພື່ອທົດແທນຈໍານວນພະນັກງານທີ່ຖືກຫຼຸດລົງ
ຄວາມເຄັ່ງຕຶງໃນເຫດເຂັ່່ນຂ້ານັກສືບ Skipal - ảnh 1ສະຖານທູດ ລັດເຊຍ ປະຈໍາ ອັງກິດ (ພາບປະກອບ: AFP/TTXVN) 

ພາຍຫຼັງວິກິດການການຕ່າງປະເທດລະຫວ່າງ ລັດເຊຍ ແລະ ອັງກິດ ເຊິ່ງກ່ຽວຂ້ອງເຖິງເຫດວາງຢາເບື່ອນັກສືບຊາວລັດເຊຍ Skipal ຢູ່ນະຄອນ Salisbury ຂອງປະເທດ ອັງກິດ ເປັນເວລາເກືອບໜຶ່ງປີ ໄດ້ເຮັດໃຫ້ສອງຝ່າຍລ້ວນແຕ່ຫຼຸດຜ່ອນຈໍານວນພະນັກງານການທູດຂອງກັນແລະກັນ, ວັນທີ 10 ມັງກອນ, ມົດສະກູ ແລະ ລອນດອນ ໄດ້ເຫັນດີ ຈະເພີ່ມຈໍານວນພະນັກງານການທູດ ເພື່ອທົດແທນຈໍານວນພະນັກງານທີ່ຖືກຫຼຸດລົງ, ແຕ່ຍັງບໍ່ທັນຄົບຕາມຈໍານວນຄືເມື່ອກ່ອນເທື່ອ. ແຈ້ງການຂອງສະຖານທູດລັດເຊຍ ປະຈໍາ ອັງກິດ ໃຫ້ຮູ້ວ່າ ໃນເດືອນ ທັນວາ 2018, ເປັນຄັ້ງທໍາອິດທີ່ ລັດເຊຍ ແລະ ອັງກິດ ໄດ້ອອກວີຊາການທູດໃຫ້ກັນຕື່ມອີກ. ເພາະສະນັ້ນ, ຄະນະປະຕິບັດງານທຸຕານຸທູດຂອງທັງສອງປະເທດລ້ວນແຕ່ໄດ້ຮັບການເພີ່ມເຕີ່ມ.

        ເຖິງຢ່າງໃດກໍຕາມ, ຕາມສະຖານທູດ ລັດເຊຍ ປະຈໍາ ອັງກິດ ແລ້ວ, ບັນດາຄວາມບໍ່ລົງລອຍກັນດ້ານການເມືອງລະຫວ່າງສອງຝ່າຍ ຍັງຄົງສົ່ງຜົນກະທົບຕໍ່ການເຄື່ອນໄຫວຂອງສະຖານທູດ ລັດເຊຍ ປະຈໍາ ອັງກິດ ແລະ ສະຖານກົງສູນຢູ່ Edinburg ຕະຫຼອດຮອດການເຄື່ອນໄຫວຂອງອົງການຕາງໜ້າອັງກິດ ປະຈໍາ ຢູ່ ລັດເຊຍ.


ຕອບກັບ

ຂ່າວ/ບົດ​ອື່ນ