ຄວາມເຊື່ອໝັ້ນກ່ຽວກັບບັນດາການຫັນປ່ຽນໃໝ່ໃນການຮ່ວມມືການຄ້າ, ການລົງທຶນ ຫວຽດນາມ ແລະ ອິນໂດເນເຊຍ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ສາທາລະນະລັດ ອິນໂດເນເຊຍ ຢ່າງເປັນທາງການ, ຕອນຄ່ຳວັນທີ 23 ສິງຫາ, ຢູ່ນະຄອນຫຼວງ ຈາກາຕາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເຂົ້າຮ່ວມງານລ້ຽງຂອງຫ້ອງການການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ. 
ຄວາມເຊື່ອໝັ້ນກ່ຽວກັບບັນດາການຫັນປ່ຽນໃໝ່ໃນການຮ່ວມມືການຄ້າ, ການລົງທຶນ ຫວຽດນາມ ແລະ ອິນໂດເນເຊຍ - ảnh 1

ນະທີ່ນີ້,  ເມື່ອກ່າວຄຳເຫັນຕໍ່ໜ້າບັນດາວິສາຫະກິດ, ກຸ່ມບໍລິສັດຂອງອິນໂດເນເຊຍ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຊີ້ແຈ້ງວ່າ, ພາຍຫຼັງ 30 ປີແຫ່ງການປ່ຽນໃໝ່, ຫວຽດນາມ ໄດ້ກາຍເປັນປະເທດພວມພັດທະນາມີລາຍຮັບປານກາງ, ເສດຖະກິດເຕີບໂຕພໍສົມຄວນ, ການເມືອງ - ສັງຄົມເປັນປົກກະຕິ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໄດ້ເພີ່ມທະວີ, ການພົວພັນຄູ່ຮ່ວມມືນັບມື້ນັບໄດ້ຮັບການເປີດກ້ວາງ ແລະ ກ້າວເຂົ້າສູ່ລວງເລິກ; ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ໃນເວທີສາກົນໄດ້ຮັບການຍົກສູງ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວວ່າ:

        “ໂດຍເປັນປະເທດພວມພັດທະນາ, ປະຕິບັດການຫັນປະເທດເປັນອຸດສາຫະກຳ - ທັນສະໄໝ, ຫວຽດນາມ ຖືເປັນສຳຄັນການຮ່ວມມື, ຊ່ວຍເຫຼືອ, ບັນດາບົດຮຽນ ແລະ ແຫຼ່ງກຳລັງຈາກພາຍນອກ; ເອົາໃຈໃສ່ປັນພິເສດເຖິງການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI), ທຶນໜູນຊ່ວຍພັດທະນາທາງການ (ODA), ປາດຖະໜາວ່າ ບັນດານັກລົງທຶນ, ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີບັນດານັກລົງທຶນ ອິນໂດເນເຊຍ ເຂົ້າມາ ຫວຽດນາມ ຮ່ວມມື ທຳມາຫາກິນ. ຫວຽດນາມ ພວມມານະພະຍາຍາມລົບລ້າງບັນດາຮົ້ວກີດຂວາງທີ່ບໍ່ເໝາະສົມ, ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ສ້າງຄວາມສະດວກກ່ຽວກັບສະພາບແວດລ້ອມດ້ານນິຕິກຳ ແລະ ພື້ນຖານໂຄງລ່າງໃຫ້ແກ່ການລົງທຶນ, ດຳເນີນທຸລະກິດຂອງບັນດາວິສາຫະກິດຕ່າງປະເທດ”

ຄວາມເຊື່ອໝັ້ນກ່ຽວກັບບັນດາການຫັນປ່ຽນໃໝ່ໃນການຮ່ວມມືການຄ້າ, ການລົງທຶນ ຫວຽດນາມ ແລະ ອິນໂດເນເຊຍ - ảnh 2 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານນາງ Megawati Sikarnoputri, ປະທານພັກປະຊາທິປະໄຕຕໍ່ສູ້

        ປະຈຸບັນ, ອິນໂດເນເຊຍ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 4, ນັກລົງທຶນໃຫຍ່ທີ 5 ໃນອາຊຽນ ຢູ່ຫວຽດນາມ. ຫວຽດນາມ ຕີລາຄາສູງກຳລັງຄວາມສາມາດຂອງບັນດານັກລົງທຶນ, ບັນດາວິສາຫະກິດ ອິນໂດເນເຊຍ ແລະ ເຊື່ອໝັ້ນຕໍ່ແງ່ຫວັງອັນດີງາມໃນການຮ່ວມມືລົງທຶນລະຫວ່າງ 2 ປະເທດ.

        ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຕ້ອນຮັບທ່ານ Budiarsa Sastrawinata, ປະທານສະມາຄົມມິດຕະພາບ ອິນໂດເນເຊຍ - ຫວຽດນາມ ແລະ ພົບປະກັບທ່ານນາງ Megawati Sikarnoputri, ປະທານພັກປະຊາທິປະໄຕຕໍ່ສູ້.

        ກໍ່ໃນຕອນບ່າຍວັນທີ 23 ສິງຫາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນ ອິນໂດເນເຊຍ (CSIS), ເຊິ່ງເປັນອົງການຄົ້ນຄ້ວາແຖວໜ້າຂອງ ອິນໂດເນເຊຍ ແລະ ພາກພື້ນ, ແມ່ນສະມາຊິກຂອງເຄືອຂ່າຍບັນດາສະຖາບັນຄົ້ນຄ້ວາສາກົນຂອງ ອາຊຽນ. ໃນການໂອ້ລົມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນບົດບາດ, ທີ່ຕັ້ງສຳຄັນຂອງ ອາຊຽນ ແມ່ນບັນດາອົງການພາກພື້ນບັນລຸຜົນສຳເລັດຢູ່ໃນໂລກ, ໃນພາກພື້ນເສດຖະກິດທີ່ຂະຫຍັນຂັນເຄື່ອນ, ດ້ວຍກຳລັງແຮງຂອງພື້ນຖານເສດຖະກິດໃຫຍ່ທີ 7 ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ