ຄວາມເຊື່ອໝັ້ນເຂົ້າກາລະໂອກາດໃໝ່,ໄຊຊະນະໃໝ່

ຄວາມເຊື່ອໝັ້ນເຂົ້າກາລະໂອກາດໃໝ່,ໄຊຊະນະໃໝ່ - ảnh 1

(vovworld) –  ວັນ​ທີ 21/1, ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່ ຮ່າ​ໂນ້ຍ. ​ເນື່ອງ​​ໃນ​ໂອກາດ​ນີ້​ບັນດາ​ໜັງ​ສື​ພິມ​ໃຫຍ່​ພາຍ​ໃນ​ປະ​ເທດ​ໄດ້​ສະຫງວນ​ເນື້​ອ​ໃນ​ສ່ວນ​ຫຼາຍ​ເພື່ອ​ຂຳ່ນັບ​ຮັບ​ຕ້ອນ​ເຫດການ​ການ​ເມືອງ​ສຳຄັນ​ຂອງ​ປະ​ເທດ​ຊາດ. ສື່​ມວນ​ຊົນ​ກໍ​ສ່ອງ​ແສງບັນດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຢູ່​ທ້ອງ​ຖິ່ນ​ຕ່າງໆ​​ໃນ​ທ່ົວ​ປະ​ເທດ​ຢ່າງ​ເລິກ​ເຊິ່ງ​ຜ່ານ​ຂ່າວ​ຄາວ, ບົດ​ຂຽນ​ຕ່າງໆ.

        ໜ້າ​ຫຼັກ​ຂອງ​ໜັງສືພິມ ​ເຍີນ​ເຢີ​ນ (ກະບອກ​ສຽງ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ) ​ສະບັບ​ອອກ​ໃນ​ວັນ​ທີ 21/1 ​ມີ​ແຖວ​ໜັງສື “ພັກ​ກອມ​ມູນິດ ຫວຽດນາມ ​ສະຫງ່າ​ງາມໝັ້ນຍືນ!” ພ້ອມ​ກັນ​ນັ້ນ​ແມ່ນ​ພາບ​ແຕ້ມ​ປະທານ ​ໂຮ່ຈີ​ມິນ ​​ພ້ອມ​ກັບແຖວ​ໜັງສື “ປະທານ ​ໂຮ່ຈີ​ມິນ ຜູ້​ຍິ່ງ​ໃຫຍ່​ຍືນ​ຍົງ​ຄົງ​ຕົວ​ໃນ​ພາລະກິດ​ຂອງ​ພວກ​ເຮົາ​ຕະຫຼອດ​ໄປ​”. ​ໃນ​ໜ້າ​ຫຼັກ​ກໍມີ​ບົດ​ນຳ​ດ້ວຍ​ຫົວ​ຂໍ້​ວ່າ “ມຸ່ງ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່, ​ເຊື່​ອໝັ້ນ​ກ້າວ​ເດີນ​ໃນ​​ເສັ້ນທາງ​ໃໝ່”, ​ໃນ​ນັ້ນ​ຢືນຢັນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ​ແມ່ນ “ຂີດ​ໝາຍ​ໃໝ່​ໃນ​ເສັ້ນທາງ​ກ້າວ​ຂຶ້ນ​ຂອງ​ຊາດ​ໃນສະ​ໄໝ​ ​ໂຮ່ຈີ​ມິນ, ​ເພື່ອ​ຈຸດໝາຍ​ປະຊາຊົນຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​​ໄຕ, ຍຸຕິ​ທຳ, ສີວິ​ໄລ”.

        ໜັງສືພິມ ກວນ​ໂດ້ຍ​ເຍີນ​ເຢີ​ນ (ສຽງ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ) ສະບັບ​ພິ​ເສດ​​ເພື່ອ​ຂຳ່ນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ​ໃນ​ໜ້າ​ຫຼັກ​​ໄດ້​ມີ​ຮູບ​ພາບ​ ​ປະທານ ​ໂຮ່ຈີ​ມິນ ພ້ອມ​ທັງ​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງເພິ່ນ​ທີ່​ວ່າ: “ພັກ​​ເຮົາ​ແມ່ນ​ຄຸນສົມບັດ, ​ແມ່ນ​ຄວາມ​ສີວິ​ໄລ/​ແມ່ນ​ຄວາມ​ເປັນເອກະ​ພາບ, ​ເອກະລາດ, ​ແມ່ນ​ສັນຕິພາບ, ​ແມ່ນ​ຄວາມ​ອີ່ມໜຳ​ສຳ​ລານ…”. ຄຽງ​ຄູ່​ກັນ​ນັ້ນ​ແມ່ນ​ບົດ​ນຳ “ກາລະ​ໂອກາດ​ໃໝ່, ບັນ​ຍາ​ກາດ​ໃໝ່” ຢືນຢັນ “ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ​ຂອງ​ພັກເປັນ​ຂີດ​ໝາຍບາດກ້າວ​ພັດທະນາ​ກະ​ໂດດ​ຂັ້ນ​ທັງ​ດ້ານ​ຄວາມ​ຮັບຮູ້, ຈິນຕະນາການ ​ແລະ ພຶດຕິ​ກຳ​ຕົວ​ຈິງ​​ແຫ່ງກາ​ນຊີ້​ນຳນຳພາ​ປ່ຽນ​ໃໝ່​ຂອງ​ພັກ​ໃນ 3 ທົດ​ສະ​ວັດ​ຜ່ານ​ມາ.”

        “ຜ່ານ​ກອງ​ປະ​ຊຸມ​ໃຫຍ່​ແຕ່ລະ​ຄັ້ງ​, ບັນດາ​ມະຫາຊົນ​ເດີ​ນຕາມ​ພັກ​ຕະຫຼອດ​ຊີວິດ, ລໍຖ້າ ​ແລະ ຫວັງ​ວ່າ​ກອງ​ປະຊຸມ​ໃຫຍ່​ເລືອ​ກ​ເຟັ້ນ​ເອົາບັນດາ​ຜູ້​ແທນທີ່​ດີ​ເດັ່ນ​ເພື່ອຮັບຜິດ​ຊອບ​​ແບກ​ຫາບພາລະກິດ​ປະຕິວັດ​ຂອງ​ພັກ, ປະ​ເທດ​ຊາດ ​ແລະ ປະຊາຊົນ. ຄວາມ​ເຊື່ອ​ໝັ້ນ​ຂອງ​ທົ່ວ​ປວງ​ຊົນທີ່​ຝາກ​ຝັງ​ຕໍ່​ພັກ​​ແມ່ນ​​ແຂງ​ແຮງ​ທ່ີ​ສຸດ…”. ນີ້​ແມ່ນ​ເນື້ອ​ໃນ​ໄດ້​ຮັບ​ການ​ຢືນ​ຢັນໃນ​ບົດ​ນຳ “ຄວາ​ມ​ເຊື່ຶອໝັ້ນ ​ແລະ ຄວາມ​ຮັບຜິດ​ຊອບ” ​​ທີ່​ລົງ​ພິມໃນ​ໜັງ​ສື​ພິມ ​ໄຊ​ງ່ອນ​ປົດ​ປ່ອຍ ສະບັບ​ອອກ​ໃນ​ວັນ​ທີ 21/1.

        ກໍ​ໃນ​ວັນ​ທີ 21/1 ນີ້, ໜັງສືພິມ ລາວ​​ດົ້ງ (​ແປ​ວ່າ ​ແຮງ​ງານ), ຕິນຕືກ (​ແປວ່າ​ຂ່າວ​ຄາວ)… ​ແລະ ໜັງສືພິມ ຂອງ ຫວຽດນາມ ​ຫຼາຍ​ສະບັບ​ກໍ​ໄດ້​ໃຫ້​ຂ່າວ, ບົດ​ເປັນ​ຈຳນວນ​ຫຼວງ​ຫຼາຍກ່ຽວ​ກັບ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ພ້ອມ​ກັນ​ນັ້ນກໍ​ແມ່ນ​ຂ່າວ​ກ່ຽວ​ກັບ​ການ​ເຄື່ອ​ນ​ໄຫວ​ຂຳ່ນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ.


ຂ່າວ/ບົດ​ອື່ນ