ຄວາມເບີກບານມ່ວນຊື່ນໄດ້ ທະວີຄຸນຍ້ອນໄຊຊະນະຂອງທິມບານເຕະ U23 ຫວຽດນາມ

(VOVWORLD) - ດ້ວຍໄຊຊະນະນີ້, U23 ຫວຽດນາມ ໄດ້ສ້າງສະຖິຕິໃນໜ້າປະຫວັດສາດບານເຕະ ຫວຽດນາມ, ໄດ້ລອດເຂົ້າຮອບຊິງຊະນະເລີດ U23 ອາຊີ.
ຄວາມເບີກບານມ່ວນຊື່ນໄດ້ ທະວີຄຸນຍ້ອນໄຊຊະນະຂອງທິມບານເຕະ U23 ຫວຽດນາມ - ảnh 1 ແຟນບານ ລົງຖະໜົນເພື່ອຊົມເຊີຍຜົນງານຂອງທິມບານເຕະ ຫວຽດນາມ

ການແຂ່ງຂັນບານເຕະຮອບຮອງຊະນະເລີດ U23 ອາຊີ ໄດ້ສິ້ນສຸດລົງໃນຕອນບ່າຍວັນທີ 23 ມັງກອນ, U23 ຫວຽດນາມ ຍາດໄດ້ໄຊຊະນະດ້ວຍຄະແນນ 4 ປະຕູຕໍ່ 3 ພາຍຫຼັງ 120 ນາທີທີ່ແຂ່ງຂັນດ້ວຍຄວາມຈັບອົກຈັບໃຈ, ເຕັມໄປດ້ວຍຄວາມຕືນເຕັ້ນ. ດ້ວຍໄຊຊະນະນີ້, U23 ຫວຽດນາມ ໄດ້ສ້າງສະຖິຕິໃນໜ້າປະຫວັດສາດບານເຕະ ຫວຽດນາມ, ໄດ້ລອດເຂົ້າຮອບຊິງຊະນະເລີດ U23 ອາຊີ. ພາຍຫຼັງຍາດໄດ້ໄຊຊະນະ, ປະຊາຊົນ ແລະ ແຟນບານໃນທົ່ວປະເທດໄດ້ແຫ່ກັນລົງຖະໜົນເພື່ອຊົມເຊີຍໄຊຊະນະ, ຊົມເຊີຍຜົນງານຂອງທິມບານເຕະ ຫວຽດນາມ.

        ໃນຕອນຄ່ຳວັນດຽວກັນ, ຫ້ອງວ່າການປະທານປະເທດ ໄດ້ສະເໜີໃຫ້ບັນດາອົງການກ່ຽວຂ້ອງ ແລະ ຂັ້ນຕ່າງໆເຮັດລະບຽບການເພື່ອຍື່ນສະເໜີຕໍ່ປະທານປະເທດ ຕົກລົງມອບຫຼຽນໄຊທີ່ເໝາະສົມດ້ວຍການປະກອບສ່ວນຂອງທິມບານເຕະ U – 23 ຫວຽດນາມ ຕໍ່ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ