ຄວາມເປັນເອກະລັກຂອງລະຄອນຕຸກກະຕານ້ຳຫວຽດນາມຢູ່ອົດສະຕາລີ

ຄວາມເປັນເອກະລັກຂອງລະຄອນຕຸກກະຕານ້ຳຫວຽດນາມຢູ່ອົດສະຕາລີ - ảnh 1
ຄວາມເປັນເອກະລັກຂອງລະຄອນຕຸກກະຕານ້ຳຫວຽດນາມຢູ່ອົດສະຕາລີ
(ພາບ: baotintuc.vn)

(vovworld) – ນັກ​ທ່ອງ​ທ່ຽວນັບ​ພັນ​ຄົນ​ມີ​ຄວາມ​ເບີກບານ​ໃຈ​ເມື່ອຮັບ​ຊົມ ​ແລະ ລະດົມ​ກຳລັງ​ໃຈ​ບັນດາ​ລາຍການ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳຂອງ ຫວຽດນາມ ​ໂດຍ​ຄະນະ​ສິລະ​ປະ​ຂອງ​​ໂຮງ​ລະຄອນ​ຟ້ອນ​ຕຸກກະຕາ​ທັງ​ລອງ ສະ​ແດງ​ໃນ​ຂອບ​ເຂດ “ງານ​ບຸນ​ວັດທ​ະນະ​ທຳ Darwin” ​ອົດ​ສະ​ຕາ​ລີ ​ເໜືອ. ​​ທີ່ການສະ​ແດງ​ໃນ​ຄຳ່​ຄື​ນວັນ​ທີ 21 - 24/8 ຢູ່​ເວທີ​ສະ​ແດງ Darwin Waterfront, ບັນດາ​ນັກ​ສິລະ​ປະກອນ ຫວຽດນາມ ດ້ວຍ 2 ຝາ​ມື​ທີ່​ຄ່ອງ​​ແຄ້ວ​ໄດ້​ບັນຊາ​ຕົວ​ລະຄອນຕຸກ​ກະຕາ​​ເພື່ອ​ແນະນຳ​​ໃຫ້ປະຊາຊົນ ອົດ​ສະ​ຕາ​ລີ ຮູ້​ກ່ຽວ​ກັບບັນດາ​ລັກສະນະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃນ​ການ​ດຳ​ເນີນ​ຊີວິດ​ປະຈຳ​ວັນ​ຢູ່ເຂດ​ບ້ານ​ນາ ຫວຽດນາມ ​ແລະ ປະຫວັດສາດ​ຂອງ​ຊາດ​ຜ່ານ​ລາຍການ​ສະ​ແດງຕ່າງໆ.

    ​ເຂົ້າ​ຮ່ວມ​ງານ​ບຸນ​ຄັ້ງ​ນີ້, ລາຍການສະ​ແດງ​ລະຄອນ​ຕຸກກະ​ຕາ​ນ້ຳ ຫວຽດນາມ ກາຍ​ເປັນ​ຂົວ​ຕໍ່​ມິດຕະພາບ, ຊ່ວຍ​ໃຫ້​ປະຊາຊົນ ອົດ​ສະ​ຕາ​ລີ ນັບ​ມື້​ນັບ​ເຂົ້າ​ໃຈ​ແຈ້ງ​ກ່ວາ​ກ່ຽວ​ກັບ​ພື້ນຖານ​ວັດທະນະທຳທີ່​ເຂັ້​ມຄົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ ຫວຽດນາມ ກ່ວາ​ອີກ.




ຂ່າວ/ບົດ​ອື່ນ