ຄວາມເປັນເອກະລັກສະເພາະໃນງານ Festival ບັກນິງ ປີ 2014

 ຄວາມເປັນເອກະລັກສະເພາະໃນງານ Festival ບັກນິງ ປີ 2014 - ảnh 1
ລາຍການ​ສະ​ແດງສິລະ​ປະ “ ບັນຍາກາດ​ເຂດ​ດິນບັກ​ນິງ”
(ພາບ: baobacninh)

(vovworld)- ງານ Festival ບັກ​ນິງ ປີ 2014 ​ໄດ້​ຖືກ​ໄຂຂຶ້ນຢູ່ແຂວງບັກນິງໃນ ຕອນເຊົ້າວັນທີ 15/3 ດ້ວຍ​ລາຍການ​ສະ​ແດງສິລະ​ປະ “ ບັນຍາກາດ​ເຂດ​ດິນບັກ​ນິງ. ລາຍການ​ສະ​ແດງສິລະ​ປະຖືກ​ດຳ​ເນີນ​ລວມມີ 3 ພາກ​ດ້ວຍ​ບັນດາ​ຫົວ​ຂໍ້ : “ ບັນຍາກາດ​ນັບ​ພັນ​ປີ​ດັງກ້ອງ​ກັງວານ”, “ ກຽດ​ສະຫງ່າ​ຍຸກ​ສະ​ໄໝ ​ໂຮ່ຈິ​ມິນ ​ແລະ “ ​ເຂດ​ດິນ​ຂັບ ກວານ​ເຫາະ - ຄວາມ​ຫວັງ​ດ້ວຍ​ລະດັບ​ສູງ. ລາຍການ​ໄດ້​ວາດ​ພາບ​ເຖິງ​ຮູບ​ພາບ ບັກ​ນິງ​,ເຂດ​ດິນ​ແຫ່ງ​ອະລິຍະ​ທຳ​ທີ່​ມີ​ມາ​ນັບ​ພັນ​ປີ, ມີ​ມູນ​ເຊື້ອ​ມັກ​ການ​ຮ່ຳຮຽນ, ວັດທະນະທຳ​ງານ​ບຸນ.....

   ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ວູ້ດຶກ​ດາມ ຢືນຢັນ​ວ່າ : ​ເຫດການ​ນີ້​ເຫດການ​ນີ້ ​ເພື່ອ​ແນ​ໃສ່​ເຊີດ​ຊູ ​ແລະ ​ເພີ່ມ​ຄຸນຄ່າ​ດ້ານ​ວັດທະນະທຳ​, ປະຫວັດສາດທີ່​ເປັນ​ເອກະລັກສະ​ເພາະ​ຂອງ​ແຂວງ ບັກ​ນິງ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ວູ້ດຶກ​ດາມ ສະ​ເໜີ​ແຂວງ ບັກ​ນິງຈົ່ງ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຕົນ, ປະຕິບັດ​ວຽກ​ງານ​ອະນຸລັກ​ຮັກສາ​ບັນດາ​ມໍລະດົກ​ວັດທະນະທຳ​ເປັນ​ຢ່າງ​ດີ, ​ໂດຍ​ສະ​ເພາະ ​ແມ່ນບັນດາ​ມໍລະດົກ​ວັດທະນະທຳ, ປູຊະນີຍະສະຖານ​ປະຫວັດສາດ ລະດັບ​ຊາດ.

ຂ່າວ/ບົດ​ອື່ນ