ຄວາມເສລີໃນການເດີນທະເລແລະການບິນຢູ່ທະເລຕາເວັນອອກພວມຖືກນາບຂູ່

ຄວາມເສລີໃນການເດີນທະເລແລະການບິນຢູ່ທະເລຕາເວັນອອກພວມຖືກນາບຂູ່ - ảnh 1
ທ່ານ ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ
ອາ​ເມ​ລິ​ກາ Daniel Russel

(vovworld) – ຄວາມ​ເສ​ລີ​ໃນການ​ເດີນ​ທະ​ເລ​ ແລະ​ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ພວມ​ຖືກ​ນາບ​ຂູ່ - ນັ້ນ​ແມ່​ນ​ຄຳ​ກ່າວ​ເຕືອນ​ຂອງ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Daniel Russel ​ທີ່ການ​ປະ​ຊຸມ​ຂ່າວ​ຢູ່ ວໍ​ຊິງ​ຕັນ ດີ​ຊີ ໃນ​ຕອນ​ເຊົ້າ​ວັນ​ທີ 19/6 (ຕາມ​ເວ​ລາ ຫວຽດ​ນາມ) ກ່ຽວ​ກັບ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ ແລະ ເສດ​ຖະ​ກິດ​ປະ​ຈຳ​ປີ​ຈະ​ມາ​ເຖິງ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຈີນ (ຈັດ​ຕັ້ງ​ຢູ່ ວໍ​ຊິງ​ຕັນ ດີ​ຊີ ແຕ່​ວັນ​ທີ 22 – 24/6). ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ Daniel Russel ໃຫ້​ຮູ້​ວ່າ: ໃນ​ການ​ໂອ້​ລົມ​ສົນ​ທະ​ນາ​ຄັ້ງ​ທີ 7 ຈະ​ມາ​ເຖິງ, ອາ​ເມ​ລິ​ກາ ແລະ ຈີນ ຈະ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ, ຄວາມ​ໝັ້ນ​ຄົງ ແລະ ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ.    

    ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ຄວາມ​ສາ​ມາດ​ປະ​ທະ​ກັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ Daniel Russel ຢັ້ງ​ຢືນ​ວ່າ: ອາ​ເມ​ລິ​ກາ ຍາມ​ໃດ​ກໍ່​ເດີນ​ຕາມ​ນະ​ໂຍ​ບາຍຫຼີກ​ລ້ຽງ​ການ​ປະ​ທະ​ກັນ​ດ້ານ​ການ​ທະ​ຫານ​ກັບ​ປະ​ເທດ​ຕ່າງໆ. ທ່ານ Daniel Russel ຊີ້​ແຈ້ງ​ວ່າ​ທະ​ເລ​ຕາ​ເວັນ​ອອກ ບໍ່​ພຽງ​ແຕ່ແມ່ນ​ບັນ​ຫາ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຈີນ ​ເທົ່າ​ນັ້ນ ຫາກ​ຍັງແມ່ນ​ບັນ​ຫາ​ລະ​ຫວ່າງ ຈີນ ແລະ ບັນ​ດາ​ປະ​ເທດ​ຮຽກ​ຮ້ອງ​ອະ​ທິ​ປະ​ໄຕ​, ລະ​ຫວ່າງ ຈີນ ແລະ ​ອາ​ຊຽນ, ກໍ່​ຄື​ລະ​ຫວ່າງ ຈີນ ແລະ ກົດ​ໝາຍ​ສາ​ກົນ:

    “ນະ​ທີ່ນີ້​ມີບາງຫຼັກ​ການ, ​ທີ​ໜຶ່ງ​ແມ່ນ​ການ​ພົວ​ພັນ​ທີ່​ດີ. ອາ​ເມ​ລິ​ກາ ຢາກ​ໃຫ້ ຈີນ ມີ​ການ​ພົວ​ພັນ​​ມິດ​ຕະ​ພາບອັນ​ດີ​ງາມ​​ກັບ​ທຸກ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ກໍ່​ຄື​ກັບ ອາ​ເມ​ລິ​ກາ. ຫຼັກ​ການ​ຕໍ່​ໄປ​ແມ່ນ​ຄວາມ​ເສ​ລີ​​ທາງການ​ບິນ, ການ​ເດີນ​ທະ​ເລ​ແຕ່ຫຼັກ​ການນີ້​ພວມ​ຖືກ​ນາບ​ຂູ່​ຢູ່​ທະ​ເລ​ຕາ​ເວັນ​ອອກ”

    ທ່ານ Daniel Russel ເນັ້ນ​ໜັກວ່າ​ເລື່ອງ ຈີນ ຫາກໍ່​ຖະ​ແຫຼງ​ຈະ​ສືບ​ຕໍ່​ເປີດ​ກ້​ວາງ​ການກໍ່​ສ້າງ​ພື້ນ​ຖານ​​ດ້ານ​ວັດ​ຖຸ​ເຊິ່ງ ຈີນ ຫາ​ກໍ່​ກໍ່​ສ້າງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ພວມກໍ່​ຄວາມ​ວິ​ຕົກ​ກັງ​ວົນ​ບໍ່​ພຽງ​ແຕ່​ສຳ​ລັບ ອາ​ເມ​ລິ​ກາ ເທົ່າ​ນັ້ນ ຫາກ​ຍັງ​ສຳ​ລັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອີກ​ດ້ວຍ, ເຮັດ​ໃຫ້​​ເພີ່ມ​ຄວາມ​ເຄັ່ງ​ຕຶງຂຶ້ນ​ຕື່ມ. ທ່ານ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ກໍ່​ເນັ້ນ​ໜັກ​ບັນ​ດາຫຼັກ​ກາ​ນ​ເຊິ່ງ​ຝ່າຍ​ຕ່າງໆ​ຕ້ອງ​ເຄົາ​ລົບ​ເພື່ອ​ສາ​ມາດ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​​ກັນໂດຍ​ສັນ​ຕິ​ວິ​ທີ ແຕ່ບໍ່​ຮັບ​ຮູ້​ການ​​ບັງ​ຄັບນາບ​ຂູ່ ຫຼື ນຳ​ໃຊ້​ອາ​ວຸດ, ບໍ່​ກີດ​ຂວາງ​ການ​ເຄື່ອນ​ໄຫວ​​ດ້ານການ​ຄ້າ​ຖືກ​ຕາມ​ກົດ​ໝ​າຍ. ບັນ​ດາ​ຝ່າຍ​ຕ້ອງ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ​ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ໃນ​​ການຮຽກ​ຮ້ອງ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​​ກັນໂດຍ​ສັນ​ຕິ​ຜ່ານ​ທາງ​ການ​ທູດ ຫຼື ກຳ​ມະ​ການ.

 


ຂ່າວ/ບົດ​ອື່ນ