ຄວາມເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບວາລະຕອບຄຳຊັກຖາມຂອງສະມາຊິກລັດຖະບານ

ຄວາມເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບວາລະຕອບຄຳຊັກຖາມຂອງສະມາຊິກລັດຖະບານ - ảnh 1
(ພາບປະກອບ)

(vovworld) – ການ​ຊອກ​ຫາ​ສົ້ນ​ອອກ​ໃຫ້​ແກ່​ຜະລິດ​ຕະພັນ​ກະ​ເສດ, ການ​ບໍລິຫານ​ລາຄາ​ນຳ້ມັນ, ສະພາບສິນຄ້າ​ປອມ, ການ​ພັດທະນາ​ກະສິກຳ​ສຳຮອງ ​ແມ່ນ​ບັນດາ​ບັນຫາ​ທີ່​ທ່ານລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ ຫວູຮູ​ຍຮ່ວາງ ​​ໄດ້ເຮັດ​ແຈ້ງ​ໃນ​ການ​ຕອບ​ຄຳ​ຊັກ​ຖາມ​ຕອນ​ບ່າຍ​ວັນ​ທີ 11/6. ນີ້​ກໍ່​ແມ່ນ​ບັນດາບັນຫາ​ທີ່​ດຶງດູດຄວາມ​ສົນ​ໃຈ​ຈາກຜູ້​ມີ​ສິດ​ເລືອກ​ຕັ້ງ​ຮ່າ​ໂນ້ຍ ຫຼາຍ​ຄົນ. ຜູ້​ມີ​ສິດ​ເລືອກ​ຕັ້ງ ​ໂຮ່ວັນ​ອື​ວ (Ho Van Uu) , ຢູ່​ເມືອງ ຮາ​ຍບ່າ​ຈຶງ, ຮ່າ​ໂນ້ຍ ຫວັງ​ວ່າ:

ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ ຈະ​ມີ​ແຜນການ, ຂັ້ນ​ຕອນ​ເພື່ອ​ຊີ້​ນຳ​ນຳພາ​ບັນດາ​ບັນຫາ​ພາຍ​ໃນ​ປະ​ເທດ, ພິ​ເສດ​ແມ່ນ​ອຸດສາຫະກຳ​ສຳຮອງ, ລາຄາ​ນຳ້ມັນ… ຕ້ອງ​ມີ​ແຜນການ​ເພື່ອ​ແກ້​ໄຂ, ຕອບ​ສະໜອງ​ຄວາມ​ມຸ້ງ​ຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ຜ່ານ​ການ​ຕອບ​ຄຳ​ຊັກ​ຖາມ​ຂອງ​ທ່ານ​ລັດຖະມົນຕີ, ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ທີ່​ສຸດ​ຕໍ່​ທ່ານ​ລັດຖະມົນຕີ ​ແລະ ສະພາ​ແຫ່ງ​ຊາດ“.

ກ່ອນ​ນັ້ນ, ​ການ​ຕອບຄຳ​ຊັກ​ຖາມ​ຂອງ​ທ່ານ​ລັດຖະມົນຕີ​ວ່າການກະຊວງກະສິກຳ​ແລະ ພັດທະນາ​ຊົນນະບົດ ກາວ​ດຶກ​ຟາດ ກໍ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ຜູ້​ມີ​ສິດ​ເລືອກ​ຕັ້ງ ​ເຈິ່ນດິ່ງ​ອຽນ ຢູ່​ແຂວງ​ດັກ​ນົງ, ສະ​ເໜີ​ວ່າ:

​ເພື່ອ​ປະຕິບັດ​ບັນດາ​ລັດຖະນະ​ໂຍບາຍ, ທິດ​ທາງ​ໃຫຍ່​​ໃຫ້ເປັນ​ຢ່າງ​ດີ, ຕ້ອງ​ມີ​ການ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ, ​ຂ້ຽວຂາດ, ລະອຽດ… ທ່ານ​ລັດຖະມົນຕີ​ຄວນ​ເອົາ​ໃຈ​ໃສ່​ເຖິງ​ຂໍ້ສະ​ເໜີ​ແນະ​ຂອງ​ລັດຖະບານ, ສ້າງ​ເງື່ອນ​ໄຂ​ດ້ານ​ແຫຼ່ງທຶນ, ການ​ລົງທຶນ​ເຂົ້າ​ບັນດາ​ເຂດ​ທີ່​ເຄີຍ​ປະສົບ​ກັບ​ໄພ​ທຳ​ມະ​ຊາດ. ສຳລັບ​ເຂດ​ໄຕ​ງວຽນ, ພວກ​ຂ້າພະ​ເຈົ້າ​ສະ​ເໜີ​ຕໍ່​ລັດຖະບານ​ຄວນ​ລົງທຶນ ​ແລະ ສ້າງ​​ເຂື່ອນ​​ຂະໜາດ​ໃຫຍ່​ເພື່ອ​ມີ​ປະລິມານ​ນຳ້​ສະ​ສົມ​ຮັບ​ໃຊ້​ໃຫ້​ແກ່​ການ​ຜະລິດ​ກະສິກຳ“.

 ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວ​ງ​ສຶກ​ສາ​ແລະ​ບຳ​ລຸງ​ສ້າງ​ຫວຽດ​ນາມ​ຕອບ​ຄຳ​ຊັກ​ຖາມ​

ຕອນ​ບ່າຍ​ວັນ​ທ​ີ 12/6, ທ່ານ​ຟ້າມ​ຫວູ​ລ້ວນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຫວຽດ​ນາມ ໄດ້​ຕອບ​ຄຳ​ຊັກ​ຖາມ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ມາດ​ຕະ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ຂອງ​ສະ​ພາ​ແຫ່​ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ໃຫມ່​ຫລັກ​ສູດ, ປື້ມ​ຕຳ​ລາ​ມັດ​ທະ​ຍົມ ແລະ ການ​ປ່ຽນ​ໃຫມ່​ວິ​ທີ​ຈັດ​ຕັ້ງ​ການ​ເສັງ​ແຫ່ງ​ຊາດ.

ສຳ​ລັບ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ໃຫມ່​ຫລັກ​ສູດ, ປື້ມ​ຕຳ​ລາ​ມັດ​ທະ​ຍົມ, ທ່ານ ລັດ​ຖະ​ມົນ​ຕີ ຫວູ​ລ້ວນ ໃຫ້​ຮູ້​ວ່າ: ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ໄດ​້​ເປັນ​ເຈົ້າ​ພາບ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ສ້າງ​​ສຳ​ເນົາ​ເອ​ກະ​ສານ​ແຜນ​ການ​ປ່ຽນ​ໃຫມ່​ຫລັກ​ສູດ, ປື້ມ​ຕຳ​ລາມັດ​ທະ​ຍົມ​ໃຫ້​ສົມ​ບູນ​ແບບ ເພື່ອ​ຍື່ນ​ສະ​ເຫນີ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອະ​ນຸ​ມັດ.

 

 

 

 

 

 

ຂ່າວ/ບົດ​ອື່ນ