ຄວາມ​ໄວ​້​ວາງ​​ໃຈ​ດ້ານ​ການ​ເມືອງ ​ເປີ​ດ​ຊ່ອງ​ທາງ​ໃຫ້​ແກ່ການ​ພົວພັນ​ຮ່ວມ​ມື ລະຫວ່າງ ຫວຽດນາມ - ​ລັດ​ເຊຍ ​ແລະ ​ເບ​ລາຣຸດ

(VOVWORLD) -ຕອນເຊົ້າວັນທີ  ທັນວາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ກັບມາຮອດສະໜາມບິນສາກົນໂນ້ຍບາຍ, ນະຄອນຫຼວງຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສະຫະພັນລັດເຊຍ ແລະ ສາທາລະນະລັດ ເບລາຣຸດ ຢ່າງຈົບງາມ.

ຕາມຫົວໜ້າກໍາມາທິການການຕ່າງປະເທດຂອງ ສະພາແຫ່ງຊາດຫວຽດນາມ ຫງວຽນວັນເຢົາ ແລ້ວ, ການຢ້ຽມຢາມລັດເຊຍ ຢ່າງເປັນທາງການຄັ້ງນີ້ ມີຄວາມໝາຍສໍາຄັນ ຕໍ່ການພົວພັນລະຫວ່າງສອງປະເທດ. ທ່ານກ່າວວ່າ:

        “ປີ  2020 ແມ່ນປີທີ່ທັງສອງປະເທດມີຫຼາຍເຫດການໃຫຍ່. ສະຫະພັນລັດເຊຍ ຈະຈັດຕັ້ງການສະເຫຼີມສະເຫຼີມສະຫຼອງວັນໄຊຊະນະ ຟາດຊິດ ຄົບຮອບ 75 ປີ. ຫວຽດນາມ ສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ທ້ອນໂຮມປະເທດຊາດເປັນເອກະພາບຄົບຮອບ 45 ປີ ແລະ ວັນສະຖາປະນາປະເທດຄົບຮອບ 75 ປີ. ພິເສດ, ສອງປະເທດຈະສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ. ເນື່ອງໃນໂອກາດສະເຫຼີມສະຫຼອງບັນດາເຫດການນີ້, ຢູ່ທີ່ການພົບປະ, ເຈລະຈາຕ່າງໆ, ການນໍາສອງປະເທດ ຕ່າງກໍປາດຖະໜາວ່າ ແຕ່ລະປະເທດຄວນຈັດຕັ້ງການເຄື່ອນໄຫວຫຼາຍຢ່າງທີ່ແທດຈິງ. ເພາະວ່າ ນີ້ແມ່ນໂອກາດເພື່ອໃຫ້ສອງປະເທດສຶກສາໃຫ້ຄົນລຸ້ນຕ່າງໆ, ພິເສດແມ່ນລຸ້ນໜຸ່ມ ເຂົ້າໃຈແຈ້ງກວ່່າກ່ຽວກັບສາຍພົວພັນອັນສະໜິດແໜ້ນດັ່ງກ່າວ”.

ຄວາມ​ໄວ​້​ວາງ​​ໃຈ​ດ້ານ​ການ​ເມືອງ ​ເປີ​ດ​ຊ່ອງ​ທາງ​ໃຫ້​ແກ່ການ​ພົວພັນ​ຮ່ວມ​ມື ລະຫວ່າງ ຫວຽດນາມ - ​ລັດ​ເຊຍ ​ແລະ ​ເບ​ລາຣຸດ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານນາງປະທານສະພາສູງ ເບລາຣຸດ Matalia Kochanova  ພົບປະກັບສື່ມວນຊົນ

        ໃນການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຮັບກຽດຖືກເຊີນຂຶ້ນກ່າວປາໄສໃນວາລະປະຊຸມຄົບຄະນະຂອງສະພາສູງ ນີ້ກໍແມ່ນສິ່ງທີ່ພິເສດທີ່ສຸດ. ບັນດາຄໍາສະເໜີຂອງທ່ານນາງ ຫງວຽນທິກິມເງິນໃນການພົບປະເຈລະຈາກັບປະທານສະພາຕໍ່າ ແລະ ສະພາສູງລັດເຊຍ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງກຸ່ມສະມາຊິກລັດຖະສະພາສອງປະເທດ ແມ່ນລ້ວນແຕ່ໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ສະໜັບສະໜູນ.

        ສ່ວນໃນການຢ້ຽມຢາມ ເບລາຣຸດ ຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນຄັ້ງນີ້, ສອງຝ່າຍໄດ້ເຫັດດີສຸມໃສ່ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າໃຫ້ຫຼາຍກວ່າອີກ; ສົ່ງເສີມບັນດາປະເພດສິນຄ້າທີ່ເປັນຜະລິດຕະພັນກະເສດ, ຮ່ວມມືກັນໃນຂົງເຂດການທ່ອງທ່ຽວ, ໜູນຊ່ວຍຊອກຫາບັນດາກາລະໂອກາດໃໝ່, ຄວາມອາດສາມາດໃນການຂຸດຄົ້ນທ່າແຮງບົ່ມຊ້ອນຂອງສົນທິສັນຍາການຄ້າເສລີ ລະຫວ່າງຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ - ເອີຣົບ. ທ່ານ ຫງວຽນວັນເຢົາ, ເນັ້ນໜັກຕື່ມອີກວ່າ.

        “ໃນການພົບປະ, ເຈລະຈາຂັ້ນສູງຄັ້ງຕ່າງໆ, ປະເທດເພື່ອນມິດ ຕ່າງກໍຕີລາຄາວ່າ ການຢ້ຽມຢາມຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຄັ້ງນີ້ ໄດ້ສ້າງກໍາລັງໜູນອັນໃຫຍ່ຫຼວງໃຫ້ແກ່ການພົວພັນລະຫວ່າງສອງປະເທດ. ນີ້ແມ່ນການຢ້ຽມຢາມເພື່ອແນໃສ່ຍົກລະດັບການພົວພັນລະຫວ່າງສອງປະເທດໃຫ້ສູງຂຶ້ນ”.


ຕອບກັບ

ຂ່າວ/ບົດ​ອື່ນ