ຄ​ວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂ​ອງ​ວິ​ສາ​ຫ​ະ​ກິດ ທີ່​ມີ​ຕໍ່ລາຍ​ການ​ຟື​້ນ​ຟູ​ເສດ​ຖະ​ກິດ

(VOVWORLD) -ທ່ານ ມາກກວກແອງ, ຮ່ອງປະທານ ທັງເປັນ ເລຂານຸການ ສະຫະສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງນະຄອນ ຮ່າໂນ້ຍ, ຖືວ່າ ກອງປະຊຸມວິສາມັນຄັ້ງນີ້ຂອງ ສະພາແຫ່ງຊາດ ໄດ້ຕັດສິນໃຈບັນດາບັນຫາທີ່ຈຳເປັນ ແລະ ຮີບດ່ວນ, ສອດຄ່ອງກັບພຶດຕິກຳຕົວຈິງຂອງປະເທດ, ນັ້ນກໍ່ແມ່ນຄວາມລໍຄອຍຂອງປະຊາຄົມວິສາຫະກິດ.



ຄ​ວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂ​ອງ​ວິ​ສາ​ຫ​ະ​ກິດ ທີ່​ມີ​ຕໍ່ລາຍ​ການ​ຟື​້ນ​ຟູ​ເສດ​ຖະ​ກິດ - ảnh 1ທ່ານ ມາກກວກແອງ, ຮອງປະທານ ທັງເປັນ ເລຂານຸການ ສະຫະສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງນະຄອນ ຮ່າໂນ້ຍ (ພາບ: qdnd.vn)

ກອງປະຊຸມວິສາມັນຄັ້ງທີ I, ສະພາແຫ່ງຊາດຊຸດທີ XV ກຳລັງດຳເນີນໄປຢູ່ ຮ່າໂນ້ຍ ນັ້ນໄດ້ຮັບຄວາມສົນໃຈເປັນພິເສດຈາກຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ປະຊາຄົມວິສາຫະກິດຫວັງວ່າ, ການຕັດສິນບັນຫາສຳຄັນໃນກອງປະຊຸມຄັ້ງນີ້ ຈະສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ວິສາຫະກິດໄດ້ຊົມໃຊ້ບັນດານະໂຍບາຍໜູນຊ່ວຍໂດຍໄວ ເພື່ອຟື້ນຟູການຜະລິດ, ດຳເນີນທຸລະກິດ.

ທ່ານ ມາກກວກແອງ, ຮອງປະທານ ທັງເປັນ ເລຂານຸການ ສະຫະສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງນະຄອນ ຮ່າໂນ້ຍ, ຖືວ່າ ກອງປະຊຸມວິສາມັນຄັ້ງນີ້ຂອງ ສະພາແຫ່ງຊາດ ໄດ້ຕັດສິນໃຈບັນດາບັນຫາທີ່ຈຳເປັນ ແລະ ຮີບດ່ວນ, ສອດຄ່ອງກັບພຶດຕິກຳຕົວຈິງຂອງປະເທດ, ນັ້ນກໍ່ແມ່ນຄວາມລໍຄອຍຂອງປະຊາຄົມວິສາຫະກິດ.

ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ພິຈາລະນາຮັບຮອງເອົາມະຕິວ່າດ້ວຍນະໂຍບາຍການເງິນ, ເງິນຕາເພຶ່ອໜູນຊ່ວຍການຜັນຂະຫຍາຍ ລາຍການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ມະຕິສະບັບນີ້ມີຄວາມໝາຍສຳຄັນເປັນພິເສດໃນສະພາບການປະຈຸບັນ. ຈາກການເຄື່ອນໄຫວຕົວຈິງຂອງວິສາຫະກິດອະສັງຫາລິມະຊັບ, ທ່ານ ຫງວຽນແອງຕວນ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນ ເຟືອງດົງ, ໃຫ້ຮູ້ວ່າ ການແກ້ໄຂຄວາມຫຍຸ້ງຍາກຮີບດ່ວນທີ່ສຸດສຳລັບວິສາຫະກິດແມ່ນແຫຼ່ງທຶນ.

“ທີ 1, ກ່ຽວກັບນະໂຍບາຍການເງິນ, ສະພາແຫ່ງຊາດ ໄດ້ມອບ ໃຫ້ລັດຖະບານ ປະຕິບັດການຍົກເວັ້ນ, ຫຼຸດຜ່ອນພາສີອາກອນ ແລະ ຄ່າໃຊ້ຈ່າຍຕ່າງໆ, ເພື່ອຊ່ວຍໃຫ້ວິສາຫະກິດຫຼຸດຜ່ອນຄວາມຫຍຸງຍາກຢ່າງທັນການ. ອີກບັນຫາໜຶ່ງທີ່ຂ້າພະເຈົ້າຫວັງວ່າໃນກອງປະຊຸມຄັ້ງນີ້ ແມ່ນນະໂຍບາຍເງິນຕາສອດຄ່ອງກັບສະພາບການນັ້ນຈະສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ໄດ້ນຳໃຊ້ແຫຼ່ງທຶນໃໝ່, ສຸມໃສ່ໃນການເຄື່ອນໄຫວຜະລິດ ແລະ ດຳເນີນທຸລະກິດ.”

ກ່ຽວກັບບ້ວງເງິນໜູນຊ່ວຍການຟື້ນຟູວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດ ຈຳນວນ 110.000 ຕື້ດົງ, ຕາມຄຳເຫັນຂອງບັນດານັກຊ່ຽວຊານແລ້ວ, ນີ້ແມ່ນເໝາະສົມກັບລະດັບຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.

ຄ​ວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂ​ອງ​ວິ​ສາ​ຫ​ະ​ກິດ ທີ່​ມີ​ຕໍ່ລາຍ​ການ​ຟື​້ນ​ຟູ​ເສດ​ຖະ​ກິດ - ảnh 2ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນຢູ່ໜ່ວຍ
(ພາບ: TTXVN)

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມວິສາມັນຄັ້ງທຳອິດ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 06 ມັງກອນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບ 3 ເນື້ອໃນ: ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງ ກົດໝາຍ 8 ສະບັບ ໃນນັ້ນ ມີກົດໝາຍວ່າດ້ວຍການລົງທຶນສາທາລະນະ, ກົດໝາຍວ່າດ້ວຍການລົງທຶນແບບ BOT ແລະ ກົດໝາຍວ່າດ້ວຍວິສາຫະກິດ…; ແຜນນະໂຍບາຍລົງທຶນໂຄງການກໍ່ສ້າງເສັ້ນທາງດ່ວນ ເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 2021 – 2025; ຮ່າງມະຕິວ່າດ້ວຍການປະຕິບັດທົດລອງບາງກົນໄກ, ນະໂຍບາຍສະເພາະການພັດທະນານະຄອນ ເກີນເທີ.

 

ຕອບກັບ

ຂ່າວ/ບົດ​ອື່ນ