ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ​ດຳ: ເນື້ອ​ໃນ​ຈຸດ​ສຸມ​ໃນ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່ຕ່າງ​ປະ​ເທດ​ໃນ​ເອີ​ຣົບ​ຂອງ​​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ

(VOVWORLD) -ວັນທີ 17 ຕຸລາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin  ຈະເລີ່ມຕົ້ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດໃນເອີຣົບ ເຊິ່ງຈະຢ້ຽມຢາມ ຢູແກຼນ, ຈໍເຈຍ, ໂຣມານີ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນຊາດ ອົງການສົນທິສັນຍາອັກລັງຕິກເໜືອ (NATO) ຢູ່ ແບນຊິກ.
ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ​ດຳ: ເນື້ອ​ໃນ​ຈຸດ​ສຸມ​ໃນ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່ຕ່າງ​ປະ​ເທດ​ໃນ​ເອີ​ຣົບ​ຂອງ​​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin (ພາບ: TTXVN)

ຢູ່ ຈໍເຈຍ, ທ່ານລັດຖະມົນຕີ Lloyd Austin ຈະມີການພົບປະກັບທ່ານນາຍົກລັດຖະມົນຕີ ປະເທດນີ້ Irakli Garibashvili ແລະ ຄູ່ຕຳແໜ່ງ Juansher Burchuladze. ເນື້ອໃນຈຸດສຸມຂອງການພົບປະຄັ້ງນີ້ແມ່ນເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນລະຫວ່າງ ອາເມລິກາ - ຈໍເຈຍ ແລະ ປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືຢູ່ທະເລດຳ.

ຢູ່ ຢູແກຼນ, ທ່ານລັດຖະມົນຕີ Lloyd Austin ຈະມີການພົບປະກັບທ່ານປະທານາທິບໍດີ Volodymyr Zelenskyy ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Andrii Taran, ແລກປ່ຽນກ່ຽວກັບການປະຕິຮູບການປ້ອງກັນຊາດ ແລະ ການຮ່ວມມືຂອງ ຢູແກຼນ ຢູ່ ທະເລດຳ ກັບບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມື.

ຢູ່ ແບນຊິກ, ຜູ້ນຳໜ້າທຳນຽບຫ້າແຈ ຈະເຂົ້າຮ່ວມກອງປະຊຸມຄັ້ງທຳອິດຂອງລັດຖະມົນຕີກະຊວງປ້ອງກັນຊາດ NATO, ໃນນັ້ນ, ທ່ານຈະພົບປະກັບທ່ານເລຂາທິການໃຫຍ່ Jens Stoltenberg ແລະ ຄູ່ຕຳແໜ່ງອື່ນໆ. ທ່ານລັດຖະມົນຕີ Lloyd Austin ຈະປັບປຸງຄຳໝັ້ນສັນຍາຂອງ ອາເມລິກາ ກັບ ກຸ່ມ NATO.

ຕອບກັບ

ຂ່າວ/ບົດ​ອື່ນ