ຄູສອນຫວຽດນາມ ຖືກຈັດເຂົ້າບັນຊີລາຍຊື່ ອາຈານດີເດັ່ນ 50 ຄົນໃນທົ່ວໂລກປີ 2020

(VOVWORLD) -ຮຸ່ງເຊົ້າວັນທີ 19 ມີນາ ຕາມເວລາ ລອນດອນ ພິທີເຊີດຊູບັນດາອາຈານດີເດັ່ນໃນທົ່ວໂລກ ໄດ້ປະກາດບັນຊີລາຍຊື່ “ອາຈານດີເດັ່ນ 50 ຄົນໃນທົ່ວໂລກ” ປີ 2020. 

ຄູສອນຫວຽດນາມ ຖືກຈັດເຂົ້າບັນຊີລາຍຊື່ ອາຈານດີເດັ່ນ 50 ຄົນໃນທົ່ວໂລກປີ 2020 - ảnh 1ອາຈານ ຮ່າແອງເຟື້ອງ ພ້ອມກັບນັກຮຽນຂອງຕົນ

ພາບ:nhandan.com.vn 

ນີ້ແມ່ນລາງວັນໄດ້ຮັບຖືວ່າ “ລາງວັນ Nobel ສະຫງວນໃຫ້ຂະແຫນງການສຶກສາ” ຂອງ Varkey Foundation. ນາງ ຮ່າແອງເຟື້ອງ ອາຈານສອນພາສາອັງກິດ ຢູ່ ໂຮງຮຽນມັດທະຍົມຕອນປ່າຍ ເຮືອງເກີນ ແຂວງ ຟູທໍ້ ແມ່ນຫນຶ່ງໃນຈຳນວນ ອາຈານດີເດັ່ນ 50 ຄົນດັ່ງກ່າວ.

ເລື່ອງອາຈານ ຮ່າແອງເຟື້ອງ ໄດ້ມີຈັດເຂົ້າບັນຊີລາຍຊື່ດັ່ງກ່າວ ບໍ່ພຽງແຕ່ມີຄວາມໝາຍສຳລັບນາງເອງເທົ່ານັ້ນ ຫາກຍັງປະກອບສ່ວນຢັ້ງຢືນທີ່ຕັ້ງຂະແຫນງສຶກສາຫວຽດນາມ ແລະ ກຳລັງຄວາມສາມາດຂອງຄູສອນ, ພົນລະເມືອງຫວຽດນາມ ໃນເວທີສາກົນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ