ຄອງ Suez ບັນລຸລາຍຮັບສະຖິຕິໃນປີ 2021

(VOVWORLD) -ໃນປີ 2021 ມີສິນຄ້າປະມານ 1,27 ຕື້ໂຕນ ໄດ້ຂົນສົ່ງຜ່ານຄອງດັ່ງກ່າວ
ຄອງ Suez ບັນລຸລາຍຮັບສະຖິຕິໃນປີ 2021 - ảnh 1ຄອງ Suez ຂອງ ອີຢິບ
(ພາບ: AFP/TTXVN)

ອົງການຄຸ້ມຄອງ ຄອງ Suez ຂອງ ອີຢິບ ໃຫ້ຮູ້ວ່າ, ເສັ້ນທາງຂົນສົ່ງທາງທະເລສຳຄັນດັ່ງກ່າວບັນລຸລາຍຮັບສະຖິຕິໃນປີ 2021, ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19 ແລະ ເຫດກ່ຳປັ່ນຕິດເປັນເວລາ 6 ວັນໃນເດືອນ ມີນາ 2021 ຍ້ອນກ່ຳປັ່ນຂົນສົ່ງລຳໃຫຍ່ Ever Given ຕິດຄ້າງ.

        ຕາມທ່ານ Osama Rabie, ຫົວໜ້າອົງການຄຸ້ມຄອງ ຄອງ Suez ແລ້ວ, ໃນປີ 2021 ມີສິນຄ້າປະມານ 1,27 ຕື້ໂຕນ ໄດ້ຂົນສົ່ງຜ່ານຄອງດັ່ງກ່າວ, ຊ່ວຍສ້າງລາຍໄດ້ໃຫ້ແກ່ ອີຢິບ ດ້ວຍຄ່າບໍລິການຂົນສົ່ງສິນຄ້າຜ່ານຄອງນີ້ເປັນຈຳນວນເງິນ 6,3 ຕື້ USD, ຫຼາຍກວ່າ 13% ເມື່ອທຽບໃສ່ປີ 2020 ແລະ ແມ່ນຕົວເລກສູງສຸດນັບແຕ່ກ່ອນມາຮອດປະຈຸບັນ.

        ຄອງ Suez ໄດ້ເຊື່ອມຕໍ່ທະເລແດງ ແລະ ທະເລເມດີແຕຣາເນ. ມີປະລິມານສິນຄ້າປະມານ 10% ຂອງໂລກໄດ້ຂົນສົ່ງດ້ວຍທາງທະເລຜ່ານຄອງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ