ຄູ່​ຮ່ວມ​ມື​ຂຽວ​ໃຫ້​ແກ່​ພື້ນ​ຖາ​ນ​ກະ​ສິ​ກ​ຳ​ໃໝ່

(VOVWORLD) -  “ຄູ່ຮ່ວມມືຂຽວໃຫ້ແກ່ພື້ນຖານກະສິກຳໃໝ່” ແມ່ນຫົວຂໍ້ຂອງກອງປະຊຸມແບບທາງໄກ ລາຍການໜູນຊ່ວຍສາກົນ (ISG) ປີ 2021 ໄດ້ດຳເນີນໃນຕອນເຊົ້່າວັນທີ 16 ທັນວາ, ໂດຍທ່ານ ເລມິງຮວານ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລະ ທ່ານ Rémi Nono Womdim, ຫົວໜ້າຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ຂອງ ສປຊ (FAO) ເປັນປະທານຮ່ວມ.
ຄູ່​ຮ່ວມ​ມື​ຂຽວ​ໃຫ້​ແກ່​ພື້ນ​ຖາ​ນ​ກະ​ສິ​ກ​ຳ​ໃໝ່ - ảnh 1ກອງປະຊຸມແບບທາງໄກ ລາຍການໜູນຊ່ວຍສາກົນ ປີ 2021 (ພາບ: VGP)

ISG 2021 ແມ່ນເຫດການສຳຄັນເພື່ອປະກອບຄຳເຫັນຄຳປຶກສາຂອງບັນດາຄູ່ຮ່ວມມືສາກົນ ແນໃສ່ສ້າງຍຸດທະສາດພັດທະນາກະສິກຳ, ຊົນນະບົດໄລຍະ 2021 – 2030 ໃຫ້ສົມບູນ, ວິໄສທັດຮອດປີ 2050 ແລະ ແຜນການເຄື່ອນໄຫວຫັນປ່ຽນແຫ່ງຊາດໄປເປັນລະບົບສະບຽງອາຫານ, ທັນຍາຫານຢ່າງໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ຍືນຍົງຢູ່ ຫວຽດນາມ ໄລຍະ 2021 – 2030.

        ທ່ານລັດຖະມົນຕີ ເລມິງຮວານ ປາດຖະໜາຢາກໃຫ້ປະຊາຄົມສາກົນປະກອບສ່ວນຢ່າງສຳຄັນ ເພື່ອສ້າງຍຸດທະສາດ, ແຜນການເຄື່ອນໄຫວຂອງຂະແໜງກະສິກຳ ເພື່ອໃຫ້ກະສິກຳບໍ່ພຽງແຕ່ແມ່ນເສົາຄ້ຳຂອງພື້ນຖານເສດຖະກິດເມື່ອປະເທດປະສົບຄວາມຫຍຸ້ງຍາກ ເທົ່ານັ້ນ, ແຕ່ຍັງປະຕິບັດຄວາມຄາດຫວັງຂອງ ຫວຽດນາມ ໃນປີ 2045 ອີກດ້ວຍ.

        ໃນຂອບເຂດກອງປະຊຸມ, ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ແລະ ທ່ານ ຫົວໜ້າຜູ້ຕາງໜ້າອົງການ FAO Rémi Nono Womdim ໄດ້ລົງນາມກອບລາຍການຮ່ວມມືລະຫວ່າງ ຫວຽດນາມ - ອົງການ FAO ໄລຍະ 2022 – 2026.

ຕອບກັບ

ຂ່າວ/ບົດ​ອື່ນ