ຄະນະກິລາຫວຽດນາມພວມນຳໜ້າໃນງານມະຫາກຳກິລາຫາດຊາຍທະເລອາຊີ

ຄະນະກິລາຫວຽດນາມພວມນຳໜ້າໃນງານມະຫາກຳກິລາຫາດຊາຍທະເລອາຊີ - ảnh 1

(vovworld) – ​ ​​ທີ່​ງານ​ມະ​ຫາ​ກຳ​ກິລາ​ຫາດ​ຊາຍ​ທະ​ເລ ອາຊີ ຄັ້ງ​ທີ 5 (ABG 5) ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ ດ່າ​ນັ້ງ, ​ໄລ່​ຮອດ​​​ວັນ​ທີ 25/9, ຄະນະ​ປະ​ເທດ​ເຈົ້າພາບ ຫວຽດນາມ ພວມ​ຖືກ​ຈັດ​ອັນ​ດັບ​ທີ 1 ​ໃນ​ຕາຕະລາງ​ຈັດ​ອັນ​ດັບ. ປະຈຸ​ບັນ, ຫວຽດນາມ ພວມ​ນຳ​ໜ້າ​ຕາ​ຕະລາງ​ຈັດ​ອັນ​ດັບ​ດ້ວຍ​ຫຼຽນ​ປະ​ເພດ​ຕ່າງ​ໆ 21 ຫຼຽນ, ​ໃນ​ນັ້ນ​ມີ 4 ຫຼຽນຄຳ. ​ຈັດ​ອັນ​ດັບ​ທີ​ສອງ ​ແລະ ທີ​ສາມ​ແມ່ນ​ໄທ ​ແລະ ປະ​ເທດ ອາຣັບບີ ຊາ​ອູດິດ ພ້ອມ​ກັນ​ຄ້ວາ​ໄດ້​ຫຼຽນ​ຄຳ 3 ຫຼຽນ.

  ວັນ​ທີ 26/9, ງານ​ມະຫາ​ກຳ​ຫາດ​ຊາຍ​ທະ​ເລ ອາຊີ ກ້າວ​ເຂົ້າ​ສູ່ວັນ​ແຂ່ງຂັນ​ທີ 2, ຄະນະ​ນັກ​ກິລາ ຫວຽດນາມ ມີ​ໂອກາດຄ້ວາ​ຫຼຽນ​ຄຳຕື່ມ​ອີກ​ເມື່ອ​ບັນດາ​ນັກ​ກິລາ​ຈະ​​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຕີມວຍ​ຮອບ​ຊິງ​ຊະ​ນະ​ເລີດ 8 ນັດ​ສຳລັບ​ລະດັບ​ນຳ້ໜັກ​ຕ່າງໆ. ທ່ານ ​ເຈີ່ນ​ດຶກ​ເຟີ​໋ນ, ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ກິລາ ກາ​ຍະ​ກຳ, ​ໃຫ້​ຮູ້​ວ່າ:

        “ບັນດາ​ປະ​ເພດ​ກິລາ​ທີ່​ພວກ​ຂ້າພະ​ເຈົ້າ​ຄາດ​ຄະ​ເນ​ວ່າຈະ​ຄ້ວາ​ລາງວັນ​ໄດ້​ໃນ​ງານ​ມະຫາ​ກຳ​ກິລາ​ຄັ້ງ​ນີ້​​ກິລາ​ມວຍປະ​ເພດ​ຕ່າງໆ. ນັ້ນ​ແມ່ນ​ມວຍ​ໄທ, ຊີ​ລາດ, ວໍ​ວີນາ​ມ, ມວຍ​ພື້ນ​ເມືອງ Jujitsu. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ພວກ​​ເຮົາ​ກໍ່​ມີ​ບັນດາ​ປະ​ເພດ​ກິລາອື່ນໆ​ອີກ​ສາ​ມາດ​ຈະ​ຄ້ວາ​ລາງວັນ​​ໄດ້​ເຊັນເຕະກະຕໍ້”

        ງານ​ມະ​ຫາ​ກຳ​ກິລາ​ຫາດ​ຊາຍ​ທະ​ເລ ອາຊີ ຄັ້ງ​ທີ 5 (ABG 5) ຈະ​ສິ້ນ​ສຸດ​ລົງ​ໃນວັນ​ທີ 3/10/2016.


ຂ່າວ/ບົດ​ອື່ນ