ຄະນະກວດກາລັດຖະບານຫວຽດນາມເຮັດວຽກຢູ່ອີຕາລີ

ຄະນະກວດກາລັດຖະບານຫວຽດນາມເຮັດວຽກຢູ່ອີຕາລີ - ảnh 1
ຄະນະກວດກາ​ລັດຖະບານ​ຫວຽດນາມ​ເຮັດ​ວຽກ​ຢູ່​ອີ​ຕາ​ລີ
(ພາບ: Vietnam+)


(vovworld) – ​ໃນ​ການ​ເຮັດ​ວຽກ​​ເມື່ອ​ວັນ​ທີ 14/09, ລະຫວ່າງຄະນະ​ປະຕິບັດ​ງານ​ກວດກາ​ລັດຖະບານ​ຫວຽດນາມ ​ແລະ ຜູ້ຕາງ​ໜ້າ​ອົງການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງອີ​ຕາ​ລີ, ​ທີ່​ດຳ​ເນີນ​ໄປ​ຢູ່ Rome, ປະ​ເທດ​ອີ​ຕາ​ລີ. 2 ຝ່າຍ​ໄດ້​ພິຈາລະນາ​ຮ່າງ​ບົດບັນທຶກ​ຊ່ວຍ​ຈຳການ​ຮ່ວມ​ມື​ໃນ​ວຽກງງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ລະຫວ່າງ ຫວຽດນາມ - ອີ​ຕາ​ລີ; ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ປີ 2016. ທ່ານ ຮີນ​ຟອງ​ແຈງ, ຫົວໜ້າ​ອົງການ​ກວດກາ​ລັດຖະບານ, ຫົວໜ້າ​ຄະນະຜູ້​ແທນຫວຽດນາມ ​ໄດ້​ສະ​ໜອງ​ຂໍ້​ມູນ​ກ່ຽວ​ກັບ​ສະພາບ​ເສດຖະກິດ, ສັງຄົມ​ຂອງ​ຫວຽດນາມ, ບັນດາ​ແຜນ​ນະ​ໂຍບາຍ, ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ຫວຽດນາມ ​ໃນ​ວຽກ​ງານ​ກວດກາ, ​ແກ້​ໄຂ​​ຮ້ອງທຸກ, ຮ​້ອງຟ້ອງ​ບໍລິຫານ ​ແລະ ປ້ອງ​ກັນ, ຕ້ານ​ກາ​ນສໍ້​ລາດ​ບັງ​ຫຼວງ.

        ສ່ວນ​ທ່ານນາງ Parisi Nicdetta, ​ຮອງ​ປະທານ​ອົງການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ອີ​ຕາ​ລີ ​ໃຫ້​ຮູ້​ວ່າ, ບັນດາ​ເນື້ອ​ໃນ​ຂອງ​ຮ່າງ​ບົດ​ບັນທຶກ​ຊ່ວຍ​ຈຳ​ຮ່ວມ​ມື ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ​້ານກາ​ນສໍ້​ລາດ​ບັງຫຼວງ​ລະຫວ່າງ 2 ອົງການ ກໍ​ໄດ້ຮັບ​ການ​ແລກປ່ຽນ​ຢ່າງ​ລະອຽດໃນ​ການ​ເຮັດ​ວຽກ ດ້ວຍ​ຫຼາຍ​ເນື້ອ​ໃນ​ສຳຄັນ​ຄື: ການ​​ແລກປ່ຽນ​ຄະນະ​ຜູ້​ແທນ, ​ແລກປ່ຽນ​ບົດຮຽນ ​ແລະ ບຳລຸງ​ສ້າງ​ພະນັກງານ. ການ​ນຳ 2 ອົງການ​ໄດ້​ເຫັນ​ດີ​ຈະ​ຊຸກຍູ້​ເພື່ອ​ສາມາດລົງ​ນາມ​ໃນ​ເອກະສາ​ນຮ່ວມ​ມື​ດັ່ງກ່າວ​ໃນ​ປີ 2016.

ຂ່າວ/ບົດ​ອື່ນ