ຄະນະກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ສປປ.ລາວ ແລະ ລາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ

(VOVWORLD) - ຄະນະພະນັກງານການເມືອງຂັ້ນສູງ ກອງທັບປະຊາຊົນຫວຽດນາມ, ໂດຍ ທ່ານພົນໂທ ເລືອງເກື່ອງ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ນໍາໜ້າ ເດີນທາງໄປຢ້ຽມຢາມ ສປປ.ລາວ ແລະ ລາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງ ໃນລະຫວ່າງວັນທີ 18 – 22 ກັນຍາ.

ຄະນະກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ສປປ.ລາວ ແລະ ລາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ - ảnh 1

ທ່ານພົນໂທ ເລືອງເກື່ອງ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ 

(ພາບ:Duong Giang/TTXVN )

ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ແລກປ່ຽນ, ເປັນເອກະພາບກັນໃນບັນດາເນື້ອໃນ, ມາດຕະການການຮ່ວມມືໃນໄລຍະຈະມາເຖິງ ລະຫວ່າງກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ກັບ ກົມໃຫຍ່ການເມືອງ ກອງປະທັບປະຊາຊົນລາວ ແລະ ກົມໃຫຍ່ ກົມບໍລິການ ກະຊວງປ້ອງກັນປະເທດ ກໍາປູເຈຍ, ປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນ ແລະ ກອງທັບປະຊາຊົນຫວຽດນາມ ກັບ ປະຊາຊົນ, ກອງທັບປະຊາຊົນສອງປະເທດ ລາວ ແລະ ກໍາປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ