ຄະນະການນຳ ທະຫານເຮືອເຂດ 5 ໄປອວນພອນປີໃໝ່ ຢູ່ເກາະ ຮ່ອນດົກ ແລະ ນາມຢູ

ຄະນະການນຳ ທະຫານເຮືອເຂດ 5 ໄປອວນພອນປີໃໝ່ ຢູ່ເກາະ ຮ່ອນດົກ ແລະ ນາມຢູ - ảnh 1
ຂອງຂວັນບຸນເຕັດໄດ້ຖືກຂົນສົ່ງໄປຍັງເກາະ ຮ່ອນດົກ (ພາບ : internet)

Vovworld- ວັນ​ທີ 26/1, ຄະນະການນຳທະຫານເຮືອເຂດ 5 ແລະ ຜູ້ຕາງໜ້າບາງແຂວງເຂດທົ່ງພຽງ ແມ່ນ້ຳຂອງ ທາງ ພາກໃຕ້ຫວຽດນາມ ໄດ້ໄປຢ້ຽມຢາມ, ອວນພອນປີໃໝ່ຢູ່ເກາະ ຮ່ອນດົກ, ຕາແສງຕຽນຫາຍ, ເທດສະບານ ຮ່າຕຽນ ແຂວງກຽນຢາງ. ຄະນະໄດ້ມອບຂອງຂວັນ, ອວນພອນ ປີໃໝ່ບັນດາພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ຮ່ອນດົກ, ຄະນະກຳມະການປະຊາຊົນຕາແສງ ຕຽນຫາຍ, ອວນພອນປີໃໝ່ ​ແລະ ພົບ​ປະ​ແລກປ່ຽນ​ກັບ​ນັກຮົບ​ ສະຖານີ ຣາດາ 625. ຮ້ອຍ​ເອກ ວູ້ຮົ່ງຖາມ, ຫົວໜ້າ ສະຖານີ ຣາດາ 625 ​ໃຫ້​ຮູ້​ວ່າ :

   “ ອວນພອນປີໃໝ່ບັນດາພະນັກງານ, ນັກຮົບມີ​ຄວາມ​ເປັນ​ກຽດ​ຢ່າງ​ຍິ່ງ​ທີ່​ ຄະນະການນຳ ທະຫານເຮືອເຂດ 5 ​ໄດ້​ມາ​ຢາມ ອວນພອນປີໃໝ່. ນີ້​ແມ່ນ​ແຫຼ່ງລະດົມ​ກຳລັງ​ໃຈ​ຢ່າງ​ໃຫຍ່​ຫຼວງ​ເພື່ອ​ໃຫ້​ພວກ​ຂ້າພະ​ເຈົ້າ​ເຮັດ​ຫຼ້ອນ​ໜ້າ​ທີ່​ຊຶ່ງ​ພັກ ​ແລະ ລັດ​ໄດ້​ມອບ​ໝາຍ​ໃຫ້. ຊີວິດ​ການ​ເປັນ​ຢູ່​ໃນເກາະ ຮ່ອນດົກ ​ເວົ້າ​ສະ​ເພາະ ​ແລະ ຢູ່​ໝູ່​ເກາະ​ເວົ້າ​ລວມ ​ໄດ້​ມີ​ການ​ປົວ​ແປງ​ຫຼາຍ​ແລ້ວ. ຄ້າຍ​ທະຫານ​ໄດ້​ຮັບ​ກໍ່ສ້າງ​ໂດຍ​ພື້ນຖານ, ບັນດາພະນັກງານ, ນັກຮົບມີ​ຄວາມ​ໝັ້ນ​ໃຈ​ປະ​ຕິ​ບັດ​ວຽກ​ງານ ”

     ກ່ອນ​ໜ້າ​ນັ້ນ​ຄື​ວັນ​ທີ 25/1, ຄະນະການນຳທະຫານເຮືອເຂດ 5 ໄດ້ໄປ ຢ້ຽມຢາມ,  ອວນພອນປີໃໝ່ ບັນດາພະນັກງານ, ນັກຮົບ ​ແລະ ປະຊາຊົນຢູ່ເກາະ ນາມ​ຢູ. ​ໃຫ້ການ​ຕ້ອນຮັບ​ຄະນະ, ທ່ານ ຫງວຽນ​ທ້າ​ຍຫວຽດ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ອານ​ເຊີນ ​ໃຫ້​ຮູ້​ວ່າ :

    “ ​ເພື່ອ​ຮັບປະກັນ​ໃຫ້​ພໍ່​ແມ່​ພີ​ນ້ອງ​ໃນ​ເກາະ​ໄດ້​ຕ້ອນຮັບ​ບຸນ​ເຕັດ, ຕ້ອນຮັບ​ລະດູບານ​ໃໝ່​ຢ່າງ​ເບີກບານ​ມ່ວນ​ຊື່ນ, ພວກ​ຂ້າພະ​ເຈົ້າ​ຈະ​ຈັດ​ໃຫ້​ມີ​ການ​ພົບ​ປະ​ແລກປ່ຽນ​ວັ​ດທະນະ​ທຳ, ສະ​ແດງ​ສິລະ​ປະ​ວັນນະຄະດີ​ກັບ​ບັນດາ​ກົມ​ກອງ​ທະຫານປ້ອງກັນຊາ​ຍ​ແດນ, ທະຫານ​ເຮືອ​ທີ່​ພວມ​ຕັ້ງ​ທັບ​ໃນ​ບໍລິ​ເວນ. ນອກ​ຈາກ​ນັ້ນ, ​ໃນ​ບຸນ​ເຕັດ​ປີ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​​ແຕ່ງຕັ້ງບັນດາ​ຄະນະ​ປະຕິບັດ​ງານ​ລົງ ຢ້ຽມຢາມ,ມອບ​ຂອງ​ຂວັນ ອວນພອນ ປີໃໝ່​ບັນດາ​ຄອບຄົວ​ທີ່​ທຸກ​ຍາກ, ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ ” .
ຂ່າວ/ບົດ​ອື່ນ