ຄະນະການເມືອງພາຍໃນ ສູນກາງສືບຕໍ່ພິຈາ ລະນາ, ແກ້ໄຂບັນດາ ເຫດການ, ຄະດີສໍ້ລາດບັງຫຼວງທີ່ສັບສົນ


ຄະນະການເມືອງພາຍໃນ ສູນກາງສືບຕໍ່ພິຈາ ລະນາ, ແກ້ໄຂບັນດາ ເຫດການ, ຄະດີສໍ້ລາດບັງຫຼວງທີ່ສັບສົນ - ảnh 1

 (ພາບ: Trí Dũng – TTXVN)

 (vovworld)- ​​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຄະນະ​ການ​ເມືອງ​ພາຍ​ໃນ​ສູນ​ກາງ​ເມື່ອ​ຕອນ​ເຊົ້າວັນ​ທີ 23/1, ຢູ່​ຮ່າ​ໂນ້ຍ, ທ່ານ​ຫງວຽນ​ຟູ​ຈ້ອງ, ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ເນັ້ນໜັກ​ວ່າ: ການ​ສ້າງ​ຕັ້ງຄະນະ​ການ​ເມືອງ​ພາຍ​ໃນ​ສູນ​ກາງ​ຄື​ນ​ໃໝ່​ແມ່ນ​ແຜ​ນນະ​ໂຍບາຍທີ່​ຖືກຕ້ອງ, ທັນ​ການ, ຊ່ວຍ​ເພີ່ມ​ທະວີ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ຕໍ່​ວຽກ​ງານ​ການ​ເມືອງພາຍ​ໃນ ​ແລະ ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ໃສ່​ໃຈ​ວ່າ: ຄະນະ​ການ​ເມືອງ​ພາຍ​ໃນ​ສູນ​ກາງ​ ​ໃນ​ຖານະ​ແມ່ນ​ອົງການຊີ້​ນຳ​ ປະຈຳຂອງ​ສູນ​ກາງຕ້ອງ​ເອົາ​ໃຈ​ໃສ່​ເຖິງການ​ປ້ອງ​ກັນ, ຕ້ານການ​ສໍ້​ລາດ​ບັງ​ຫຼວງ​ທັງ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ; ສືບ​ຕໍ່​ພິຈາລະນາ, ​ແກ້​ໄຂ​ບັນດາ​ເຫດການ, ການສໍ້​ລາດ​ບັງ​ຫຼວງສັບສົນ, ຈຸດ​ສຸມ; ຄົ້ນຄ້ວາ, ສະ​ເໜີ, ​ເປັນ​ປະທານ ​ແລະ ສົມທົບ​ສ້າງ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ການ​ເມືອງ​ພາຍ​ໃນ ​ແລະ ວຽກ​ງານ​ປ້ອງ​ກັນ, ຕ້ານ​ການສໍ້​ລາດ​ບັງ​ຫຼວງ.

  ທ່ານ​ເລຂາທິການ​ໃຫ່ຍຍັງ​ຮຽກຮ້ອງ​ໃຫ້ຄະນະ​ການ​ເມືອງ​ພາຍ​ໃນ​ສູນ​ກາງ​ ຈົ່ງ​ສືບ​ຕໍ່​ກວດກາ, ຊຸກຍູ້, ຕິດຕາມ​ກວດກາ​ວຽກ​ງານ​ການ​ເມືອງ​ພາຍ​ໃນ; ກວດກາ​ການ​ສ້າງ​ກົດໝາຍ, ພິຈາລະນາ​ບັນດາ​ແຜນ​ຮ່າງ, ລາຍ​ງານ​ຮັບປະກັນ​ໃຫ້​ມີ​ຄຸນ​ນະພາ​ບ; ຕັ້ງໜ້າ​ເຂົ້າຮ່ວມ​ການ​ສະຫລຸບ 30 ປີ​ແຫ່ງ​ພາລະກິດ​ປ່ຽນ​ແປງ​ໃໝ່ປະ​ເທດ​ຊາດ, ກະກຽມ​ບັນດາ​ເອກະສານ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫ່ຍຄັ້ງທີ 12 ຂອງ​ພັກ​ກ່ຽວ​ກັບ​ຂົງ​ເຂດ​ການ​ເມືອງ​ພາຍ​ໃນ​, ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ປ້ອງ​ກັນ, ຕ້ານ​ໄພ​ຫຍໍ້​ທໍ້, ການ​ສໍ້​ລາດ​ບັງ​ຫຼວງ.

ໃນ​ຕອນບ່າຍ​ຂອງ​ວັນ​ດຽວ​ກັນ, ຢູ່​ຮ່າ​ໂນ້ຍ,  ທ່ານ​ເລຂາທິການ​ໃຫ່ຍ ໃຫ່ຍຫງວຽນ​ຟູ​ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ ​ປະຈຳ​ຫວຽດນາມ Hiroshi Fukada ​ເຂົ້າຢ້ຽມ​ຂ່ຳນັບ ໃນ​ໂອກາດ​ທ່ານ​ເລີ່​ມຕົ້ນອາຍຸ​ການ​ປະຕິບັດ​ງານ​ຢູ່​ຫວຽດນາມ. ນະທີ່​ນີ້, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ພັດທະນາ​ການ​ພົວພັນ​ກັບຍີ່​ປຸນ ​ແລະ ສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ມື, ໜູນ​ຊ່ວຍ ​ແລະ ບົດຮຽນ​ຂອງ​ຍີ່ປຸ່ນ ​ໃນ​ວິວັດ​ການ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ຂອງ​ຫວຽດນາມ. ທ່ານ​ເລຂາທິການ​ໃຫ່ຍ ໃຫ່ຍຫງວຽນ​ຟູ​ຈ້ອງ ​ເຊື່ອໝັ້ນວ່າ, ດ້ວຍ​ອາລົມ​ຈິດ, ບົດຮຽນ ​ແລະ ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ກ່ຽວ​ກັບ​ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ Hiroshi Fukada ຈະ​ມີ​ການ​ປະກອບສ່ວນ​ອັນຕັ້ງໜ້າ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ປະກອບສ່ວນ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ-​ຍີ່ປຸ່ນ ​ເຂົ້າສູ່​ລວງ​ເລິກ ​ແລະ ໝັ້ນຄົງ, ຕອບ​ສະໜອງ​ຄວາມ​ມຸ່ງ​ຫວັງ ​ແລະ ຜົນ​ປະ​ໂຫຍ​ດຂອງ ປຊຊ ສອງ​ປະ​ເທດ.

  ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ Hiroshi Fukada ​ໃຫ້​ຄຳໝັນສັນຍາ​ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ປະກອບສ່ວນ​ເພີ່ມ​ທະວີ​ອາລົມ​ຈິດ​ມິດຕະພາບ, ຊຸກຍູ້ ​ແລະ ​ເປີດ​ກ້ວາງ​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ວັດ​ຖະນາ​ຖາວອນ​ຢູ່​ອາຊີ ​ແລະ ຍີ່ປຸ່ນ./.

ຂ່າວ/ບົດ​ອື່ນ