ຄະນະກໍາມະການກວດກາສູນກາງພັກກອມມູນິດຫວຽດນາມ ແລະ ຄະນະກວດກາສູນກາງພັກ ປະຊາຊົນປະຕິວັດລາວ ເພີ່ມທະວີການຮ່ວມມື

(VOVWORLD) -ຕອນເຊົ້າວັນທີ 31 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ທ່ານ ເຈິ່ນເກິ໋ມຕູ໊ ເລຂາສູນກາງພັກ, ປະທານຄະນະກໍາມະການກວດກາສູນກາງພັກກອມມູນິດຫວຽດນາມ ໄດ້ມີການເຈລະຈາກັບ ທ່ານ ບຸນທອງ ຈິດມະນີ, ກໍາມະການກົມການເມືອງ, ເລຂາສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ ປະຊາຊົນປະຕິວັດລາວ.

ຄະນະກໍາມະການກວດກາສູນກາງພັກກອມມູນິດຫວຽດນາມ ແລະ ຄະນະກວດກາສູນກາງພັກ ປະຊາຊົນປະຕິວັດລາວ ເພີ່ມທະວີການຮ່ວມມື - ảnh 1 (ທີ່ການເຈລະຈາ)

ທີ່ການເຈລະຈາ, ສອງຝ່າຍໄດ້ແບ່ງປັນ ບົດຮຽນອັນລໍ້າຄ່າຕ່າງໆໃນວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ; ພ້ອມທັງເນັ້ນໜັກວ່າ ວຽກງານກວດກາ, ຕິດຕາມກວດກາ, ການຕ້ານການສໍ້ລາດບັງຫຼວງ ແມ່ນໜ້າທີ່ສໍາຄັນຂອງທັງສອງພັກ, ເພາະສະນັ້ນ, ການພົວພັນແລກປ່ຽນບົດຮຽນຕົວຈິງລະຫວ່າງບັນດາອົງການກວດກາ, ຕິດຕາມກວດກາ, ການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງຂອງສອງພັກ ແມ່ນມີຄວາມຈໍາເປັນທີ່ສຸດ.

        ທ່ານ ເຈິ່ນເກິ໋ມຕູ໊ ຢັ້ງຢືນວ່າ ຄະນະກໍາມະການກວດກາສູນກາງພັກກອມມູນິດຫວຽດນາມ ຈະສົມທົບ ກັບຄະນະກວດກາສູນກາງພັກ ປະຊາຊົນປະຕິວັດລາວ ຢ່າງແໜ້ນແຟ້ນ ເພື່ອປະຕິບັດເນື້ອໃນຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່່າງອົງການກວດກາຂອງສອງພັກ ຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ. ນອກຈາກນັ້ນ, ຍັງປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ.

        ສ່ວນ ທ່ານ ບຸນທອງ ຈິດມະນີ ສະເໜີ ຝ່າຍຫວຽດນາມ ສືບຕໍ່ໃຫ້ການຊ່ວຍເຫຼືອໃນການບໍາລຸງສ້າງພະນັກງານຂອງລາວ ກ່ຽວກັບວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ນັບທັງໄລຍະສັ້ນ ແລະ ໄລຍະຍາວໃນປີ 2019 ແລະ ໃນຊຸມປີຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ