ຄະນະ​ກໍາມະການຄວາມ​ປອດ​ໄພ​ການບິນ​​ພົນລະ​ເຮືອ​ນແຫ່ງ​ຊາດ ຜັນ​ຂະຫຍາຍ​ວຽກງານ ປີ 2020

(VOVWORLD) -ຕອນເຊົ້າວັນທີ 10 ມັງກອນ, ຢູ່ສໍານັກງານລັດຖະບານ, ຄະນະກໍາມະການຄວາມປອດໄພການບິນພົນລະເຮືອນແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມອອນລາຍ ສະຫຼຸບວຽກງານປີ 2019 ແລະ ຜັນຂະຫຍາຍໜ້າທີ່ປີ 2020. ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ, ປະທານຄະນະ ກໍາມະການຄວາມປອດໄພການບິນພົນລະເຮືອນແຫ່ງຊາດ ເປັນປະທານ ກອງປະຊຸມ.
ຄະນະ​ກໍາມະການຄວາມ​ປອດ​ໄພ​ການບິນ​​ພົນລະ​ເຮືອ​ນແຫ່ງ​ຊາດ ຜັນ​ຂະຫຍາຍ​ວຽກງານ ປີ 2020 - ảnh 1ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ, ປະທານຄະນະ ກໍາມະການຄວາມປອດໄພການບິນພົນລະເຮືອນແຫ່ງຊາດ ເປັນປະທານ ກອງປະຊຸມ (ພາບ: TTXVN) 

        ປີ 2019, ວຽກງານຮັບປະກັນຄວາມປອດໄພທາງອາກາດຂອງຂະແໜງການບິນຫວຽດນາມ ໄດ້ຮັບການຮັບປະກັນເປັນຢ່າງດີີໂດຍພື້ນຖານ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ຮອງລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງຫວຽດນາມ ຊີ້ແຈ້ງວ່າ:

        “ກົມການບິນຫວຽດນາມ ພວມປະຕິບັດບັນດາມາດຕະການເພີ່ມທະວີວຽກງານຮັບປະກັນຄວາມປອດໄພທາງການບິນຢ່າງຄົບຖ້ວນ; ປະຕິບັດລາຍການຕິດຕາມກວດກາຄວາມປອດໄພພື້ນຖານຢ່່າງຄົບຖ້ວນ; ຈັດຕັ້ງການກວດກາວຽກງານຮັກສາເງື່ອນໄຂການຂຸດຄົ້ນ ແລະ ຜັນຂະຫຍາຍລະບົບຄຸ້ມຄອງຄວາມປອດໄພຢູ່ທ່າອາກາດສະຍານ; ກວດກາຄວາມປອດໄພໃນການຂຸດຄົ້ນບັນດາຮາກຖານສະໜອງການບໍລິການ ຮັບປະກັນການເຄື່ອນໄຫວໃນການບິນຂຶ້ນ...”.

        ກ່າວຄໍາເຫັນສະຫຼຸບທີ່ກອງປະຊຸມ, ທ່ານ ເຈືອງຮວ່າບິ່ງ ສະເໜີໃຫ້ກະຊວງ: ຄົມມະນາຄົມ- ຂົນສົ່ງ,  ຕໍາຫຼວດ, ປ້ອງກັນປະເທດ, ໂດຍອີງໃສ່ພາລະບົດບາດໜ້າທີ່ຂອງຕົນ ປະຕິບັດວຽກງານຕີລາຄາຄວາມສ່ຽງທີ່ຂົ່ມຂູ່ຄວາມປອດໄພທາງການບິນຕາມຂໍ້ກໍານົດຂອງກົດໝາຍ, ຂໍ້ແນະນໍາຂອງອົງການການບິນພົນລະເຮືອນສາກົນຢ່າງເຂັ້ມງວດ. ພ້ອມທັງຍູ້ແຮງວຽກງານໂຄສະນາ, ເຜີຍແຜ່ຄວາມຮູ້ດ້ານກົດໝາຍ, ສ້າງວັດທະນະທໍາຄົມມະນາຄົມທາງການບິນໃຫ້ທົ່ວສັງຄົມ ແລະ ປະຊາຊົນທຸກຊັ້ນວັນນະ.


ຕອບກັບ

ຂ່າວ/ບົດ​ອື່ນ