ຄະນະກໍາມະການເອີຣົບ ອາຍຸການໃໝ່ ສໍາເລັດການປັບປຸງກົງຈັກ

(VOVWORLD) -   ວັນທີ 18 ພະຈິກ, ລັດຖະສະພາເອີຣົບ ໄດ້ປ່ອນບັດໃຫ້ສັດຕະຍາບັນການສະໜີຜູ້ອອກສະໝັກເລືອກຕັ້ງ Oliver Varhelyi ເຊິ່ງເປັນຜູ້ຕາງໜ້າໃຫ້ປະເທດ ຮຸງກາຣີ ເປັນກໍາມະການເອີຣົບ ຮັບຜິດຊອບກ່ຽວກັບການເປີດກວ້າງ ອີຢູ ແລະ ການພົວພັນຂອງ ອີຢູ ກັບບັນດາປະເທດບ້ານໃກ້ເຮືອນຄຽງ. 
ຄະນະກໍາມະການເອີຣົບ ອາຍຸການໃໝ່ ສໍາເລັດການປັບປຸງກົງຈັກ - ảnh 1(ພາບປະກອບ: Reuters)

 ເລື່ອງຜູ້ສະໝັກເລືອກຕັ້ງ ຮຸງກາຣີ ໄດ້ຮັບການໃຫ້ສັດຕະຍາບັນນັ້ນ, ສະມາຊິກຂອງຄະນະກໍາມະການເອີີຣົບ ອາຍຸການ  2019 – 2024 ເບິ່ງຄືວ່່າໄດ້ປະຕິບັດສໍາເລັດ, ດ້ວຍກໍາມະການ 27 ທ່ານ ທີ່ເປັນຜູ້ຕາງໜ້າໃຫ້ 27 ປະເທດສະມາຊິກ ພ້ອມດ້ວຍປະທານຄົນໃໝ່ ທ່ານນາງ  Ursula von der Leyen, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ.

        ປັດຈຸບັນ ຍັງຂາດແຕ່ກໍາມະການຜູ້ຕາງໜ້າໃຫ້ແກ່ລາຊະອານາຈັກ ອັງກິດ ເທົ່ານັ້ນ ເພາະວ່າ ຕາມທິດສະດີ ແລ້ວ ປະເທດນີ້ ຍັງເປັນສະມາຊິກຂອງ ອີຢູ ຍ້ອນຍັງບໍ່ດໍາເນີນ Brexit ແລະ ອີຢູ ກໍາລັງດໍາເນີນຂັ້ນຕອນປັບໄໝ ອັງກິດ ຍ້ອນບໍ່ສະເໜີແຕ່ງຕັ້ງຕໍ່າແໜ່ງດັ່ງກ່າວ.

        ຕາມແຜນການແລ້ວ, ວັນທີ 27 ພະຈິກ ນີ້, ລັດຖະສະພາເອີຣົບ ຈະຈັດກອງປະຊຸມຄົບຄະນະຢູ່ Strasbourg ເພື່ອປ່ອນບັດຄັ້ງສຸດທ້າຍ ກ່ຽວກັບຖັນແຖວປະຕິບັດກົດໝາຍຂອງ ອີຢູ ໃນອາຍຸການໃໝ່.

ກວາງຢຸງ - ນັກຂ່າວ VOV ຢູ່ ຝລັ່ງ


ຕອບກັບ

ຂ່າວ/ບົດ​ອື່ນ