ຄະ​ນະ​ກຳ​ມະ​ການ Olympic ສາ​ກົນ ​ຍົກ​ອອກ​ຂ​ໍ້​ຕົກ​ລົງ​ກ່ຽວ​ກັບ Olympic Tokyo 2020 ໃນ​ ເວ​ລາ 4 ອາ​ທິດຈະ​ມາ​ເຖິງ

(VOVWORLD) -ຄະນະກຳມະການ Olympic ສາກົນ (IOC) ໄດ້ຢັ້ງຢືນເປັນຄັ້ງທຳອິດວ່າ Olympic Tokyo  2020ອາດສາມາດເລື່ອມ ແລະ ຍົກອອກເວລາກຳນົດແມ່ນ 4 ອາທິດເພື່ອຕັດສິນການຈັດຕັ້ງຂອງງານມະຫາກຳກິລາລະດູແລ້ງນີ້. ບັນດາສະມາຊິກຂອງ IOC ຫາກໍ່ມີການປະຊຸມ, ປຶກສາຫາລືກ່ຽວກັບເລື່ອງ ຈະຈັດຕັ້ງ Olympic Tokyo  2020 ໃຫ້ຖືກຕາມແຜນການ ແຕ່ວັນທີ 24 ກໍລະກົດ ຫາ 9 ສິງຫາ, ໃນສະພາບການໂລກລະບາດ Covid - 19 ພວມແຜ່ລະບາດຢ່າງແຮງ ແລະ ຍັງບໍ່ທັນມີສັນຍານຈະຢຸດຕິ.
ຄະ​ນະ​ກຳ​ມະ​ການ Olympic ສາ​ກົນ ​ຍົກ​ອອກ​ຂ​ໍ້​ຕົກ​ລົງ​ກ່ຽວ​ກັບ Olympic Tokyo  2020 ໃນ​ ເວ​ລາ 4 ອາ​ທິດຈະ​ມາ​ເຖິງ - ảnh 1ຄະນະກຳມະການ Olympic ສາກົນ ຍົກອອກຂໍ້ຕົກລົງກ່ຽວກັບ Olympic Tokyo  2020 ໃນ ເວລາ 4 ອາທິດຈະມາເຖິງ (ພາບ: Reuters)

ໂຄສົກ IOC ໃຫ້ຮູ້ວ່າ ຄະນະບໍລິຫານງານຈະຍົກອອກບັນດາການກະທຳຂັ້ນຕໍ່ໄປ ໃນແຜນການສຳຮອງຂອງ IOC. ບັນດາກໍລະນີນີ້ກ່ຽວຂ້ອງເຖິງການດັດປັບບັນດາແຜນການກະທຳທີ່ມີຢູ່ແລ້ວໃຫ້ແກ່ Olympic Tokyo  ເພື່ອສືບຕໍ່ດຳເນີນຕາມການຄາດຄະເນແມ່ນວັນທີ 24 ກໍລະກົດ ຫຼື ສາມາດປ່ຽນແປງວັນເລີ່ມຕົ້ນງານມະຫາກຳກິລາ. IOC ຢັ້ງຢືນວ່າ ການຍົກເລີກ “ບໍ່ນອນຢູ່ໃນໂຄງການດຳເນີນງານ” ແຕ່ວ່າ ອາດຈະພິຈາລະນາເພື່ອຫຼຸດຂອບຂະໜາດຂອງ Olympic Tokyo  2020 ລົງ. ນອກຈາກນັ້ນ, ກໍ່ມີຄວາມອາດສາມາດເປັນໄປໄດ້ວ່າການແຂ່ງຂັນຄັ້ງນີ້ຈະເລື່ອນການຈັດຕັ້ງປະມານ 2, 3 ເດືອນ ຫຼື ອາດຈະແມ່ນໝົດປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ