ຄະ​ນະ​ກຳ​ມະ​ການ ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ຫ້ອງ​ວ່າ​ການ​ປະ​ທານ​ປະ​ເທດ ລົງ​ນາມ​ໃນຂ​ໍ້​ກ​ຳ​ນົດວ່າ​ດ້ວຍ ການ​ປະ​ສານສ​ົ​ມ​ທົບ

(VOVWORLD) -ວັນທີ 25 ພະຈິກ, ຢູ່ຮ່າໂນ້ຍ, ຫ້ອງວ່າການປະທານປະເທດ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງພິທີລົງນາມໃນຂໍ້ກຳນົດວ່າດ້ວຍການປະສານສົມທົບປະຕິບັດວຽກງານລະຫວ່າງສອງອົງການ ໂດຍມີການເຂົ້າຮ່ວມຂອງ ທ່ານ ເຈິ່ນແທັງເມີ້ນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ທ່ານນາງດັ້ງທິງອກທິ້ງ ຮອງປະທານປະເທດ ຫວຽດນາມ.

ຄະ​ນະ​ກຳ​ມະ​ການ ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ຫ້ອງ​ວ່າ​ການ​ປະ​ທານ​ປະ​ເທດ ລົງ​ນາມ​ໃນຂ​ໍ້​ກ​ຳ​ນົດວ່າ​ດ້ວຍ ການ​ປະ​ສານສ​ົ​ມ​ທົບ - ảnh 1ພິທີລົງນາມໃນຂໍ້ກຳນົດວ່າດ້ວຍການປະສານສົມທົບປະຕິບັດວຽກງານລະຫວ່າງສອງອົງການ 

(ພາບ: MTTQVN)

ຂໍ້ກຳນົດໄດ້ສຸມໃສ່ເຂົ້າບັນດາຂົງເຂດຄື: ເຕົ້າໂຮມກໍ່ສ້າງກຸ່ມກ້ອນມະຫາສະມັກຄີທົ່ວປວງຊົນທັງຊາດ; ສ້າງ, ໂຄສະນາ, ເຜີຍແຜ່ກົດໝາຍ; ຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາສັງຄົມ, ລວບລວມ ແລະ ແກ້ໄຂຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ…

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງດັ້ງທິງອກທິ້ງ ຮອງປະທານປະເທດ ມີຄວາມປາດຖະໜາວ່າ ສອງອົງການຈະສືບຕໍ່ຄົ້ນຄ້ວາ, ເປັນເສນາທິການໃຫ້ແກ່ປະທານປະເທດ ແລະ ຄະນະປະທານ ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໃນການສ້າງສາ ແລະ ຜັນຂະຫຍາຍປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍໃຫຍ່ຂອງພັກ, ລັດຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ