ຄະນະກຳມະການກວດກາສູນກາງ ເຮັດວຽກກັບຄະນະພັກແຂວງ Soc Trang

ຄະນະກຳມະການກວດກາສູນກາງ ເຮັດວຽກກັບຄະນະພັກແຂວງ Soc Trang - ảnh 1
( ທ່ານ Ngo Van Du, ກຳມະການ​ກົມ​ການ​ເມືອງ )

( vovworld ) –   ວັນ​ທີ 16/4, ທ່ານ Ngo Van Du, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ກຳມະການ​ກວດກາ​ສູນ​ກາງ ​​ໄດ້ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ແຂວງ Soc Trang ກ່ຽວ​ກັບ​ສະພາບ​ເສດຖະກິດ, ສັງຄົມ; ການຜັນ​ຂະຫຍາຍ​ການປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ “ ບາງ​ບັນຫາ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ​ປະ​ຈຸ​ບັນນີ້ ”, ​ວຽກ​ງານ​ຜັນ​ຂະຫຍາຍການປະຕິບັດ​​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ ​ໂຮ່ຈິ​ມິນ. ທ່ານ Ngo Van Du ​ໄດ້​​ແນະນຳແຂວງ Soc Trang ຄວນ​ເອົາ​ໃຈ​ໃສ່​ເປັ​ນພິ​ເສດ​ເຖິງ​ບັນຫາ​ພັດທະນາ​​ເສດຖະກິດ​ສັງຄົ​ມ, ຖື​ວ່ານີ້​ແມ່ນ​ໜ້າ​ທີ​ຈຸດ​ສຸມ, ການກໍ່ສ້າງ​ພັກ​ແມ່ນ​ໜ້າ​ທີ່​ກຸນ​ແຈ, ການຮັບປະກັນ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຄວາມ​​ເປັນ​ລະບຽບຮຽບຮ້ອຍ​ທາງ​ສັງຄົມ​ແມ່ນ​ໜ້າ​ທີ່​ປະຈຳ.

ຂ່າວ/ບົດ​ອື່ນ