ຄະ​ນະ​ກຳ​ມະ​ການປະ​ສານ​ງານ​ເຊື່ອມ​ຕໍ່ ອາ​ຊຽນ ​ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ

(VOVWORLD) -ວັນທີ 28 ມັງກອນ, ຄະນະກຳມະການປະສານງານເຊື່ອມຕໍ່ ອາຊຽນ ໄດ້ຈັດກອງປະຊຸມຄັ້ງທຳອິດໃນປີ 2021 (ACCC 1/2021) ຕາມຮູບການທາງອອນລາຍ. ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ຄະ​ນະ​ກຳ​ມະ​ການປະ​ສານ​ງານ​ເຊື່ອມ​ຕໍ່ ອາ​ຊຽນ ​ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມປຶກສາຫາລືຂອງຄະນະປະສານງານເຊື່ອມຕໍ່ ອາຊຽນ (ACCC) ຕາມຮູບການທາງອອນລາຍ (ພາບ: TTXVN)

ກອງປະຊຸມໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ໃນຖານະເປັນປະທານຄະນະກຳມະການປະສານງານເຊື່ອມຕໍ່ ອາຊຽນ 2020, ດ້ວຍການສ້າງສຳເລັດ ແລະຮັບຮອງເອົາບົດລາຍງານກວດກາກາງສະໄໝ ຂອງການປະຕິບັດແຜນການສັງລວມ ແລະ ເຊື່ອມຕໍ່ ອາຊຽນ 2025 (MPAC 2025) ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ເມື່ອເດືອນ ພະຈິກ ປີ 2020. ບັນດາຜູ້ແທນ ໄດ້ສຸມໃສ່ປຶກສາຫາລື ວິທີການຜັນຂະຫຍາຍບັນດາຂໍ້ສະເໜີແນະຂອງບົດລາຍງານກວດກາຄືນກາງສະໄໝຂອງການປະຕິບັດ MPAC 2025 ເພື່ອແນໃສ່ເພີ່ມທະວີປະສິດທິຜົນຂອງບັນດາໂຄງການໃນ MPAC 2025 ແລະ ເພີ່ມທະວີຄວາມສະໜິດຕິດພັນລະຫວ່າງ ບັນດາຂົງເຂດ. ບັນດາຜູ້ແທນກໍ່ໄດ້ເນັ້ນໜັກເປັນພິເສດ ເຖິງການປະຕິບັດບັນດາໂຄງການ ແລະ ການເຄື່ອນໄຫວ ຂອງ MPAC 2025 ຢ່າງມີປະສິດທິຜົນ ເຊິ່ງຈະໜູນຊ່ວຍ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າການຜັນຂະຫຍາຍວິໄສທັດ ປະຊາຄົມ ອາຊຽນ ຫຼັງ 2025 ແລະ ກອບຟື້ນຟູສັງລວມ ອາຊຽນ. ກອງປະຊຸມໄດ້ຮັບຮອງເອົາການກຳນົດທິດ ແລະ ບັນດາບຸລິມະສິດກ່ຽວກັບການເຊື່ອມຕໍ່ຂອງປີ ປະທານ ອາຊຽນ 2021 ຂອງ ບຣູໄນ ແລະ ແຜນການປະຕິບັດງານ 3 ປີໄລຍະ 2021 – 2023 ເພື່ອແນໃສ່ຜັນຂະຫຍາຍ MPAC 2025.

ຕອບກັບ

ຂ່າວ/ບົດ​ອື່ນ