ຄະນະກຳມະການພັກກະຊວງແຜນການ ແລະ ການລົງທຶນ ຊາບຊຶມມະຕິສູນກາງຄັ້ງທີ 4

ຄະນະກຳມະການພັກກະຊວງແຜນການ ແລະ ການລົງທຶນ ຊາບຊຶມມະຕິສູນກາງຄັ້ງທີ 4 - ảnh 1
ທ່ານ​ນາງ Nguyen Thi Kim Ngan ເຮັດວຽກກັບ
ຄະນະ​ກຳມະການ​ພັກ​ກະຊວງ​ແຜນການ ​ແລະ ການ​ລົງທຶນ
(ພາບ: VGP)

(vovworld) -     ວັນທີ 19/9, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ພັກ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໄດ້​ຈັດ​ກອງ​ປະຊຸມສຳ​ຫຼວດກວດກາ​ຕຳ​ນິຕົນ​ເອງ ​ແລະ ຕຳນິ​ເພື່ອນສະຫາຍຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ສູນກາງ​ພັກຄັ້ງ​ທີ 4, ຊຸດ​ທີ 11 “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ”. ກ່າວ​ຄຳ​ເຫັນ​ໜ້າທີ່​ນີ້, ທ່ານ​ນາງ Nguyen Thi Kim Ngan, ​ເລຂາ​ສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ເນັ້ນ​ໜັກ​​ເຖິງ​ຄວາມ​ສຳຄັນ​ຂອງ​ວຽກ​ງານສຳ​ຫຼວດກວດກາ​ຕຳ​ນິຕາມ​ຈິດ​ໃຈ​​ເນື້ອ​ໃນມະຕິ​ສຸນ​ກາງ​ຄັ້ງ​ທີ 4, ຊຸດ​ທີ 11. ຄະນະ​ກຳມະການ​ພັກ ກໍ​ຄື​ບັນດາ​ສະມາຊິກ​ຂອງຄະນະ​ກຳມະການພັກກະຊວງ​ແຜນການ ​ແລະ ການ​ລົງທຶນ ຕ້ອງຊາບ​ຊຶມ​ບັນດາ​​ທັດສະນະ, ​ແນວ​ຄິດ​ຂອງ​ສູນ​ກາງ​ພັກ. ​ດ້ວຍ​ຈຸດ​ໝາຍ​ແມ່ນ​ເຮັດ​ໃຫ້​ໝູ່​ຄະນະ​ການ​ນຳ ​ແລະ ສ່ວນ​ບຸກຄົນ ພະນັກງານ, ສະມາຊິກ​ພັກແຕ່ລະຄົນ​ເຫັນ​ໄດ້​ຈຸດດີ, ຈຸດ​ອ່ອນ, ຂໍ້ຂາດ​ຕົກ​ບົກ​ຜ່ອງ, ໜ້າ​ທີ່​ຮັບຜິດຊອບ​ຂອງ​ຕົນ​ກ່ຽວ​ກັບ 3 ບັນຫາ​ຮີບ​ດ່ວນ​​ເຊິ່ງມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ​ໄດ້​ຊີ້​ອອກ, ຈາກ​ນັ້ນ​ຖອດ​ຖອນ​ບົດຮຽນ​ ​ແລະ ວາງ​ທິດ​ທາງ​​ເສີມຂະຫຍາຍ​ຈຸດ​ດີ, ​ແກ້​ໄຂຂໍ້ຂາດ​ຕົກ​ບົກ​ຜ່ອງ. ທ່ານ​ນາງ Nguyen Thi Kim Ngan ​ສະ​ເໜີ​ໃຫ້​ບັນດາ​ພະນັກງານ​ເຂົ້າ​ຮ່ວມ​ການ​ສຳ​ຫຼວດກວດກາ ​ຕ້ອງ​ເສີມ​ຂະຫຍາຍ​ຈິດ​ໃຈຕຳ​ນິຕົນ​ເອງ ​ແລະ ຕຳນິ​ເພື່ອ​ນສະຫາຍ, ​ຮັບ​ຮູ້ແຈ້ງ​ຄວາມ​ໝາຍ, ຄວາມ​ຮັບຜິດຊອບຂອງ​ການ​ດຳ​ເນີນຊີວິດຄັ້ງ​ນີ້ ຜ່ານ​ບົດ​ລາຍ​ງານ​ຕຳ​ນິຕົນ​ເອງ​ຂອງ​ຕົນ. ​ເລື່ອງ​ຕຳ​ນິ​ຕ້ອງກົງ​ໄປ​ກົງ​ມາ, ບົນຈິງ​ໃຈ​ສ້າງສັນ ​ແລະ ມີ​ປະສິດ​ທິຜົນ.

ຂ່າວ/ບົດ​ອື່ນ