ຄະນະກຳມະການສູນກາງແນວໂຮມປະເທດຊາດ ຕັ້ງໜ້າຂົ້າຮ່ວມວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫຼວງ,ການຟຸມເຟືອຍ

(VOVWORLD) -  ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງຕີລາຄາສູງຕໍ່ພັກ, ລັດ, ແນວໂຮມປະເທດຊາດ, ບັນດາກະຊວງ, ຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆໄດ້ເອົາໃຈໃສ່ເຖິງວຽກງານຮັບປະກັນຊີວິດສັງຄົມໃນໄລຍະຜ່ານມາເປັນປະຈຳ
ຄະນະກຳມະການສູນກາງແນວໂຮມປະເທດຊາດ ຕັ້ງໜ້າຂົ້າຮ່ວມວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫຼວງ,ການຟຸມເຟືອຍ - ảnh 1 ທ່ານ ເຈີ່ນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ທີ່ກອງປະຊຸມ

ກອງປະຊຸມຄັ້ງທີ 13 ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ (ຊຸດທີ 8) ໄຂຂຶ້ນໃນວັນທີ 4 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເຈີ່ນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເນັ້ນໜັກວ່າ: ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງຕີລາຄາສູງຕໍ່ພັກ, ລັດ, ແນວໂຮມປະເທດຊາດ, ບັນດາກະຊວງ, ຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆໄດ້ເອົາໃຈໃສ່ເຖິງວຽກງານຮັບປະກັນຊີວິດສັງຄົມໃນໄລຍະຜ່ານມາເປັນປະຈຳ, ປະຕິບັດນະໂຍບາຍບຸລິມະສິດສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ເບິ່ງແຍງດູແລຄົນທຸກຍາກ, ໜູນຊ່ວຍພໍ່ແມ່ປະຊາຊົນທີ່ປະສົບກັບໄພພິບັດທຳມະຊາດຢ່າງທັນການ.

        ເພື່ອປະກອບສ່ວນຍູ້ໃຫ້ສະພາບການສໍ້ລາດບັງຫຼວງ, ການຟຸມເຟືອຍໃນສັງຄົມໃຫ້ຖອຍໄປ, ທີ່ກອງປະຊຸມຄັ້ງນີ້, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປະກາດໃຊ້ໂຄງການເຄື່ອນໄຫວຂອງແນວໂຮມປະເທດຊາດ ຫວຽດນາມ ໃນການປະຕິບັດວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ ໄລຍະ 2018 -2020.

        ທ່ານ ໂງແຊກຖຶກ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ:

        “ຕ້ອງປະຕິບັດໜ້າທີ່ຕິດຕາມກວດກາ ແລະ ການໄຈ້ແຍກຕີລາຄາສັງຄົມຂອງແນວໂຮມປະເທດຊາດເປັນຢ່າງດີ. ໃນນັ້ນ, ເນື້ອໃນການຕິດຕາມກວດກາຕ້ອງເຮັດແນວໃດເພື່ອໃຫ້ຕິດພັນກັບບັນດາເນື້ອໃນ, ໂຄງການ, ເພື່ອແກ້ໄຂບັນດາຊ່ອງຫວ່າງຂອງກົດໝາຍ, ຂອງກົນໄກ, ນະໂຍບາຍເພື່ອພາໄປເຖິງການສໍ້ລາດບັງຫຼວງ, ການຟຸມເຟືອຍ. ຕ້ອງມີການເຂົ້າຮ່ວມຂອງແນວໂຮມປະເທດຊາດ ແລະ ລະບົບການເມືອງທຸກຂັ້ນ.”

ຕອບກັບ

ຂ່າວ/ບົດ​ອື່ນ