ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຜັນຂະຫຍາຍ 9 ໜ້າທີ່ຈຸດສຸມໃນປີ 2014

ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຜັນຂະຫຍາຍ 9 ໜ້າທີ່ຈຸດສຸມໃນປີ 2014 - ảnh 1
(​​ພິທີ​ລົງ​ນາມ​​ໃນຄຳ​ໝັ້ນ​ສັນຍາແຂ່ງ​ຂັນ​​ປີ 2014
ລະຫວ່າງ​ບັນດາ​ພະ​ແນກ, ຫົວໜ່ວຍ​ຂຶ້ນ​ກັບ​ຄະນະ​ກຳ​ມະ​ການ)


(vovworld) - ວັນ​ທີ 06/02, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​​ພິທີ​ລົງ​ນາມ​​ໃນຄຳ​ໝັ້ນ​ສັນຍາແຂ່ງ​ຂັນ​​ປີ 2014 ລະຫວ່າງ​ບັນດາ​ພະ​ແນກ, ຫົວໜ່ວຍ​ຂຶ້ນ​ກັບ​ຄະນະ​ກຳ​ມະ​ການ.

        ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ປາດ​ຖະໜາ​ວ່າ ​ໃນ​ປີ 2014, ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈະ​ຜັນ​ຂະຫຍາຍ 9 ​ເນື້ອ​ໃນ​ຈຸດ​ສຸມ​​ເຊິ່ງໄດ້​ຮັບ​ການ​ຮັບຮອງ​​ທີ່​ກອງ​ປະຊຸມ​ຄັ້ງ​ທີ 7 ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຊຸດ​ທີ 7 ​ເປັນ​ຢ່າງ​ດີ. ​ເຊິ່ງຕາມ​ນັ້ນ​ແລ້ວ, ສືບ​ຕໍ່​ປ່ຽນ​ໃໝ່ ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິຜົນ​ບັນດາ​ຂະ​ບວນການ, ບັ້ນ​ຂົນຂວາຍ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ; ຍູ້​ແຮງ​ການ​ໂຄສະນາ​ກ່ຽວ​ກັບ​ບັນດາແບບ​ຢ່າງດີ​ເດັ່ນ; ປະຕິບັດ​ໜ້າ​ທີ່​ສ່ອງ​ແສງ​ແນວ​ຄິດ, ຈິດ​ໃຈ, ຄວາມ​ມຸ່ງ​ຫວັງ​ຂອງ​ປະຊາຊົນຕໍ່​ພັກ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ເປັນຢ່າງ​ດີ; ຜັນ​ຂະຫຍາຍ​ວຽກ​ງານ​ຕິດຕາມ​ກວດກາ ​ແລະ ​​ໄຈ​ແຍກ, ຕີ​ລາຄາສັງຄົມ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ ​ເປັນ​ຢ່າງ​ດີ; ​ເອົາ​ໃຈ​ໃສ່​​ເບິ່ງ​ແຍງ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ສາສະໜາ, ບັນດ​າ​ເຜົ່າ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ​ເສີມ​ຂະຫຍາຍ​ພູມ​ປັນຍາ​ຂອງ​ຖັນ​ແຖວ​ປັນຍາ​ຊົນ​ຢ່າງ​ມີ​ປະສິດທິ​ຜົນ. ຄຽງ​ຂ້າງ​ນັ້ນ, ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ສືບ​ຕໍ່​ປັບປຸງກົງຈັກ, ການຈັດ​ຕັ້ງຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ແນວ​ໂຮມ, ຕອບ​ສະ​ໜອງ​ຄວາມ​ຮຽກຮ້ອງປະຕິບັດ​ໜ້າ​ທີ່​ໃໝ່​ເຊິ່ງລັດຖະທຳ​ມະນູນ​ໄດ້​ວາງ​ອອກ.

ຂ່າວ/ບົດ​ອື່ນ